ຄົນລາວໃນໄທ ຮວມຕົວຂໍສັນຊາຕ

ຄົນລາວທີ່ອົພຍົບ ໄປຕັ້ງຖິ່ນຖານ ໃນປະເທດໄທ ມາໄດ້ 30 ກວ່າປີແລ້ວນັ້ນ ກຳລັງຮວມຕົວກັນ ເພື່ອຂໍເປັນສັນຊາດໄທ ຈາກທາງການໄທ.
ຈໍາປາທອງ
2009.12.17

ຄົນລາວທີ່ອົພຍົບອອກຈາກ ປະເທດຂອງຕົນ ໄປຕັ້ງຖິ່ນຖານ ໃນປະເທດໄທ ມາໄດ້ 30 ກວ່າປີ ຄືຕັ້ງແຕ່ປີ 1974–1975 ແລ້ວນັ້ນ ກຳລັງຮວມຕົວກັນ ເພື່ອຂໍຮ້ອງເອົາສັນຊາດໄທ ຈາກທາງການໄທ. ປັດຈຸບັນ ຄົນລາວຈຳນວນດັ່ງກ່າວ ສ່ວນໃຫຍ່ມີເອກກະສານຢັ້ງຢືນ ທີ່ເປັນຫລັກຖານ ຄື “ ທຣ 38 “ ຊຶ່ງເປັນເອກກະສານ ຂື້ນທະບຽນ ຄົນງານຕ່າງດ້າວເທົ່ານັ້ນ. ພວກເຂົາເຈົ້າຂາດ ໂອກາດຫລາຍໆຢ່າງ ໃນການດຳລົງຊີວິດ ທັ້ງໆທີ່ໄດ້ ມາຫາຢູ່ຫາກິນ ມານານຫລາຍປີ ແລະພວກລູກໆຫລານໆ ກໍເຕີບໃຫຍ່ຢູ່ປະເທດໄທ. ກ່ອນຈະດຳເນີນຂັ້ນຕອນ ຂອງການຂໍສັນຊາດໄທນັ້ນ ກໍຈະຕ້ອງຂໍຍົກເລີກເອກກະສານ ‘ ທຣ 38 ‘ ເສັຍກ່ອນ ຊຶ່ງຂະນະນີ້ໄດ້ມີ ແກນນຳຂອງພວກ ເຂົາເຈົ້າບາງສ່ວນເດີນທາງ ໄປເຂົ້າພົບກັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງໄທແລ້ວ ດັ່ງອົພຍົບລາວ ທ່ານນຶ່ງໄດ້ກ່າວຕໍ່ ຜູ້ສື່ຂ່າວວິທຍຸເອເຊັຍເສຣີວ່າ:

ຊາວອົພຍົບລາວ ທີ່ວ່ານັ້ນເຫັນວ່າ ຣັຖບານ ສປປລາວ ບໍ່ສາມາດຊ່ວຍໃຫ້ ປະຊາຊົນ ມີວຽກເຮັດງານທຳ ແລະຊາວລາວສ່ວນໃຫຍ່ ອຶດຢາກຢູ່ໃນປະເທດ ຂອງຕົນເອງ ຢູ່ປະເທດລາວ ເສຖກິດຝືດເຄືອງ ແລະສັງຄົມກໍເສື່ອມໂຊມ ພວກຊາວໜູ່ມຈຳນວນ ຫລາຍຕິດຢາບ້າ ຕັ້ງແຕ່ຍັງນ້ອຍ ແລະມີຈຳນວນຫລວງຫລາຍ ທີ່ພຍາຍາມຫລົບໜີ ອອກນອກປະເທດ ໄປເຮັດວຽກຢູ່ປະເທດໄທ ເພາະວ່າບໍ່ມີການ ກະຈາຍການຜະຫລິດ ໄດ້ຫຼາຍພໍເທົ່າໃດ ເຮັດໃຫ້ຄົນລາວ ເປັນຕົ້ນຢູ່ຕາມຊົນນະບົດ ບໍ່ມີວຽກເຮັດງານທຳພຽງພໍ ແລະຍາກຈົນ ດັ່ງອົພຍົບລາວທ່ານນີ້ເວົ້າວ່າ:

ສິ່ງທີ່ເປັນອຸປສັກ ສຳຄັນທີ່ສຸດ ສຳລັບຄົນລາວ ທີ່ອົພຍົບໄປຢູ່ໄທ ກໍຄືຄວາມບໍ່ສະດວກ ໃນການທຳມາຫາກິນ ແລະການດຳຣົງຊີວິດ ເພາະວ່າບໍ່ມີເອກກະສານ ເຊັ່ນດຽວກັບຄົນໄທ ເຮັດໃຫ້ບໍ່ສາມາດ ໄປຊອກວຽກງານດີເຮັດ ແລະສົ່ງພວກລູກຫລານ ເຂົ້າໂຮງຮຽນຂອງໄທໄດ້. ພວກເຂົາເຈົ້າສ່ວນຫລາຍ ຜູ້ຊາຍເຮັດວຽກກໍ່ສ້າງ ແມ່ຍິງເຮັດວຽກໃນ ສະຖານທີ່ລື້ນເລີງ ຫລືຮ້ານຄາລາໂອເກະ ແລະລູກຫລານລຸ້ນໃໝ່ ມັກຈະແກ້ບັນຫາ ດ້ວຍການແຕ່ງດອງກັບຄົນໄທ ເພື່ອຫລີກລ້ຽງ ການຂໍສັນຊາດ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.