ຄົນງານລາວ ບາດເຈັບສາຫັດ ຢູ່ໄທ

ຄົນງານ ຍິງຊາວລາວ ໄດ້ຮັບ ອຸບັດຕິເຫດ ຢູ່ສະຖານທີ່ ເຮັດການກໍ່ສ້າງ ໃນໄທ.
ໂພໄຊສວັດ
2009.06.16

ເຊົ້າວັນທີ 15ມິຖຸນາ 2009 ມູນລະນິທິ ສວ່າງປະທີບ ໄດ້ຮັບແຈ້ງເຫດ ວ່າມີຄົນງານ ກໍ່ສ້າງໄດ້ຮັບ ອຸບັດຕິເຫດ ຖືກເຫລັກຕົກລົງມາ ສຽບເຂົ້າຂ້າງ ຊຶ່ງເປັນຄົນງານ ຊາວລາວ ຊື່ນາງສາວ ວັນນາ ສຸທິ. ເຈົ້າໜ້າທີ່ຈາກ ມູລນິທິ ສວ່າງປະທີບ ໄດ້ເວົ້າເຖິງ ເຫດການ ດັ່ງກ່າວວ່າ:

"ທ່ານ ເວົ້າວ່າ: ນາງເຮັດການຢູ່ ແລ້ວຄົນເຮັດການ ນຳກັນ ກໍໝື່ນເຫລັກ ມັນກໍເລີຍ ຕົກລົງມາ ຈາກທີ່ສູງແລ້ວກໍ ຕົກມາສຽບແຂນ ຊອດໃສ່ຂ້າງ."

ເຈົ້າໜ້າທີ່ເວົ້າ ຕໍ່ວ່າຄົນງານ ກໍ່ສ້າງຊາວລາວ ຖືກເຫລັກ ຍາວຂນາດ 10ແມັດ ສຽບກົກແຂນ ເບື້ອງຊ້າຍຊອດ ເຂົ້າຂ້າງໄດ້ຮັບ ອາການບາດເຈັບ ສາຫັດ ຈຶ່ງໄດ້ ພະຍາບານ ຮັກສາເບື້ອງຕົ້ນ ແລະ ສັ່ງຣົດໂຮງໝໍ ສົມເດັດ ພຣະຣາຊະເທວີ ມາຣັບເອົາ.

ຜູ່ສື່ຂ່າວໄດ້ ສອບຖາມໄປໂຮງໝໍ ສົມເດັດ ພຣະຣາຊະເທວີ ເມືອງສີຣາຊາ ແຂວງຊົນບຸຣີ ປາກົດວ່າ ປັດຈຸບັນນີ້ ນາງວັນນາໄດ້ ຖືກຍ້າຍຈາກ ຫ້ອງຜ່າຕັດ ໄປຢູ່ຫ້ອງ ຄົນປ່ວຍ ທັມມະດາແລ້ວ ດັ່ງເຈົ້າໜ້າທີ່ ປະຈຳໂຮງໝໍ ໄດ້ອະທິບາຍ ກ່ຽວກັບອາການ ຂອງນາງວ່າ:

"ນາງກ່າວວ່າ: ຕອນນີ້ເຂົ້າ ໄປຜ່າຕັດເອົາ ເສດເຫລັກອອກແລະ ໃສ່ທໍ່ເຂົ້າໄປເພື່ອ ລະບາຍເລືອດລົມ ອອກຈາກປອດ ຄົນເຈັບຮູ້ເມື່ອໂຕ ຕອນນີ້ບໍ່ມີ ບັນຫາຫຍັງ ມີແຕ່ລໍຖ້າ ການພັກຟື້ນ"

ເຖິງຢ່າງໃດ ກໍຕາມເຖິງວ່າ ອາການຂອງ ນາງສາວວັນນາ ຈະພົ້ນຂີດ ອັນຕະລາຍແລ້ວ ແຕ່ເຈົ້າໜ້າທີ່ ປະຈຳໂຮງໝໍ ກໍຍັງບໍ່ສາມາດ ເວົ້າໄດ້ວ່າ ຈະອອກຈາກ ໂຮງໝໍ ໄດ້ມື້ໃດ ເນື່ອງຈາກຕ້ອງໄດ້ ເບິ່ງແຍງອາການ ເລືອດລົມທີ່ຄ້າງ ຢູ່ໃນປອດ ຈະລະບາຍ ອອກໝົດກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.