ມາຕການເຂັ້ມງວດ ຕໍ່ກັມມະກອນ ຕ່າງຊາດ ໃນແຂວງຈໍາປາສັກ

ປັດຈຸບັນ ແຂວງຈໍາປາສັກ ມີນະໂຍບາຍເຂັ້ມງວດ ເພື່ອກວດສອບເບິ່ງ ແຮງງານ ຕ່າງດ້າວ ທີ່ເຮັດວຽກ ຢູ່ໃນແຂວງ ເພື່ອຢາກຮູ້ ວ່າ ມີອະນຸຍາດເຂົ້າມາ ເຮັດວຽກ ຢູ່ໃນແຂວງ ຢ່າງຖືກຕ້ອງ ຫລືບໍ່, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຫ້ອງການແຂວງ ແຂວງຈໍາປາສັກ
ສົມເນ ຣາຍງານ
2008.06.19

ຖ້າຫາກວ່າເຈົ້າໜ້າທີ່ ກວດພົບຄົນງານຕ່າງດ້າວ ຄົນໃດທີ່ເຂົ້າມາ ເຮັດວຽກ ແບບບໍ່ຖືກຕ້ອງ ຕາມກົດໝາຍ ຄົນນັ້ນ ຈະຖືກປັບໃໝ ຜູ້ລະ 250 ​ໂດລາ ສະຫະຣັຖ. ​ແຕ່ເຈົ້າໜ້າທີ່ ບໍ່ໄດ້ອະທິບາຍ ຢ່າງລະອຽດ ວ່າ ມີການລົງໂທດ ຫລືສົ່ງກັບຄືນ ປະເທດ ຫລືບໍ່. ສາເຫດທີ່ແຂວງຈໍາປາສັກ ມີນະໂຍບາຍ ເຂັ້ມງວດ​ ​ເພື່ອກວດຂັນ ຄົນງານຕ່າງດ້າວ ກໍເພາະວ່າໃນປັດຈຸບັນນີ້ ມີນັກລົງທືນ ຕ່າງປະເທດ, ​ໂດຍສະເພາະ ວຽດນາມໄດ້ມາລົງທືນ ປູກຕົ້ນຢາງພາຣາ ປູກຕົ້ນກາເຟ ອັນເຮັດໃຫ້ ຄົນງານ ຈາກວຽດນາມ ຈໍານວນນື່ງເຂົ້າມາເຮັດວຽກ ໃນແຂວງຫລາຍຂື້ນ.

ແຫ່ລງຂ່າວນີ້ ອະທິບາຍວ່າ  ສໍາລັບ ນັກທຸຣະກິດທີ່ຕ້ອງການນໍາເອົາ ຄົນງານ ຕ່າງດ້າວ ເຂົ້າມາເຮັດວຽກ ໃນແຂວງ ຢ່າງຖືກຕ້ອງຕາມກົດໝາຍ ຈະຕ້ອງເຮັດໜັງສື ຂໍນຸຍາດ ຈາກຜະແນແຮງງານແຂວງເສັຽກ່ອນເພື່ອວ່າ ທາງແຂວງ ຈະໄດ້ສະເໜີໄປຍັງທາງກະຊວງ ເພື່ອພິຈາຣະນາ.

ສ່ວນຄົນຕ່າງປະເທດ ທີ່ລັກລອບເຂົ້າມາ ປະກອບອາຊີບຄ້າຂາຍຍ່ອຍ ນັ້ນ ຖ້າວ່າ ເຈົ້າໜ້າທີ່ ກວດເຫັນ ກໍຈະຖືກຈັບ ໃນທັນທີ. ​ແຕ່ເຖິງຢ່າງໃດ ກໍດີ, ທ່ານວ່າໃນເບື້ອງຕົ້ນນັ້ນທາງແຂວງ ຈະຕ້ອງໄດ້ເຊີນເຈົ້າໜ້າທີ່ ກົງສູນ ຂອງ​​ແຕ່ລະປະເທດ ​​ເພື່ອຟັງຄໍາຊີ້ແຈງ ກ່ອນທາງແຂວງ ຈະດໍາເນີນມາຕະການ ດັ່ງກ່າວນີ້.

ປັດຈຸບັນນີ້ ມີຊາວວຽດນາມ ຊາວຈີນເຂົ້າໄປ ເຮັດວຽກຢູ່ໃນ ແຂວງຈໍາປາສັກເປັນຈໍານວນມາກມາຍ ມີທັງຮັດວຽກ ຢູ່ໃນສວນຢາງພາຣາ ສວນກາເຟ, ນອກນັ້ນ ກໍທໍາການຄ້າຂາຍຍ່ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.