ບໍຣິສັດຢາງພາລາ ລາວ-ໄທ ຕ້ອງການທີ່ດິນ

ບໍຣິສັດ ປູກຢາງພາລາ ລາວ-ໄທ ຕ້ອງການ ພື້ນທີ່ດິນ ຢູ່ແຂວງ ສວັນນະເຂດ ເພື່ອສ້າງໂຮງງານ ແປຮູບຢາງພາລາ.

0:00 / 0:00

ເຈົ້າໜ້າທີ່ຈາກ ຜແນກກະສິກັມ ແລະປ່າໄມ້ ແຂວງສວັນນະເຂດ ເປີດເຜີຍກ່ຽວກັບ ໂຄງການ ປູກຢາງພາລາ ໃນແຂວງສວັນນະເຂດ ວ່າປັດຈຸບັນນີ້ ບໍຣິສັດຢາງພາລາ ລາວ-ໄທ. ບໍຣິສັດໃຫຍ່ ທີ່ໄດ້ ມາລົງທຶນປູກ ຢາງພາລາ ໃນແຂວງ ສວັນນະເຂດ ມີໂຄງການຈະ ສ້າງໂຮງງານ ແປຮູບຢາງພາລາ ແລະກຳລັງຊອກຫາ ພື້ນທີ່ດິນ ເພື່ອກໍ່ສ້າງແຕ່ກໍຍັງ ບໍ່ເປັນທີ່ແນ່ນອນ ເພາະການຈັດສັນ ທີ່ດິນພາຍ ໃນແຂວງ ຍັງເປັນບັນຫາຢູ່. ເຈົ້າໜ້າທີ່ເວົ້າ ກ່ຽວກັບເຣື້ອງນີ້ວ່າ:

"ບໍລິສັດ ລາວ-ໄທ ຮົ້ວ ເຂົາເຈົ້າກໍກຳລັງ ຫາດິນຢູ່ ແຕ່ວ່າຍັງບໍ່ໄດ້ດິນ ຕັ້ງໂຮງງານເພາະວ່າ ພື້ນທີ່ເຂົາເຈົ້າ ຍັງບໍ່ໄດ້ຈັດສັນເນ໋າະ ຕ້ອງໄດ້ຊອກຫາບ່ອນ ບ່ອນພື້ນທີ່ຂອງຣັຖ ຖ້າເຂົາເຈົ້າສິຕັ້ງ ໂຮງງານຫັ້ນໜາ ດຽວນີ້ ທາງບໍລິສັດເຂົາເຈົ້າກໍກຳລັງ ພົວພັນທາງພາກຣັຖ ເພື່ອໃຫ້ຊອກພື້ນທີ່ ດັ່ງກ່າວນີ້".

ທ່ານເວົ້າເພີ້ມຕື່ມວ່າ ບໍຣິສັດດັ່ງກ່າວ ໄດ້ມາລົງທຶນ ປູກຢາງພາລາ ໃນເມືອງອຸທຸມພອນ ມີພື້ນທີ່ປະມານ 2,000 ເຮັກຕາຣ ຊຶ່ງໄດ້ເລີ້ມມາ 2 ປີແລ້ວ ແລະມີໂຄງການ ວ່າຈະຜລິດແລະ ສົ່ງຢາງພາລາ ອອກໄປຂາຍໃຫ້ ບໍຣິສັດໃນ ປະເທດຈີນ.

ທ່ານເວົ້າຕໍ່ໄປວ່າ ນອກຈາກບັນຫາ ການຊອກພື້ນທີ່ ທີ່ເໝາະສົມ ໃນການປຸກສ້າງ ໂຮງງານ ແປຮູບຢາງພາລາ ແລ້ວ ທາງບໍຣິສັດ ຍັງຈະຕ້ອງໄດ້ ສຶກສາດ້ານຜົນ ກະທົບກະເທືອນ ຕໍ່ສິ່ງແວດລ້ອມອີກ. ຫາກຜແນກສິ່ງແວດລ້ອມ ເຫັນດີກໍມີ ຄວາມເປັນໄປໄດ້ວ່າ ທາງບໍລິສັດ ຈະສ້າງໂຮງງານ ດັ່ງກ່າວ.

ທ່ານເວົ້າມ້ວນທ້າຍວ່າ ພາຍໃນແຂວງ ສັວນນະເຂດ ມີບໍລິສັດມາ ລົງທຶນປູກຢາງພາລາ ແລ້ວ 10 ບໍຣິສັດໃນເຂດເມືອງພີນ, ເຊໂປນ, ອຸທຸມພອນແລະ ເມືອງໄຊບຸຣີ ຊຶ່ງແຕ່ລະໂຄງການ ຫາກໍເລີ້ມປູກມາ ໄດ້ 2-3 ປີ ແລະຍັງບໍ່ມີການ ສົ່ງອອກເທື່ອຈຶ່ງ ບໍ່ສາມາດເວົ້າໄດ້ ຢ່າງແຈ່ມແຈ້ງວ່າ ອຸດສາຫະກັມ ຢາງພາລາເຫລົ່ານີ້ ຈະນຳຜົນປໂຍດ ທາງດ້ານເສຖກິດ ມາສູ່ປະເທດໄດ້ ໜ້ອຍຫລາຍປານໃດ.