ສິ້ນຄ້າ ເສື້ອຜ້າລາວ ສົ່ງອອກ ຈະໄດ້ຮັບຜົນກະທົບ

ວິກິດການ ການເງິນໃນອະເມຣິກາ ເຮັດໃຫ້ຕລາດ ສະຫະຣັດ ຫລຸດການສັ່ງຊື້ ຜລິດຕະພັນຕັດຫຍິບ ຂອງລາວ.
ມະນີຈັນ ຣາຍງານ
2008.11.06

ທຸຣະກິດ ຕັດຫຍິບລາວ ໃນປີ 2009 ​ເລີ່ມບໍ່ສົດໃສ ຫລັງເກີດ ວິກິດການ ທາງດ້ານການເງິນ ອັນໄດ້ສົ່ງຜົນກະທົບ ເຮັດໃຫ້ຕລາດ ສະຫະຣັດລຸດຈໍານວນ ການສັ່ງຊື້ ຜລິດພັນ ຕັດຫຍິບ ຈາກລາວ ​​ໃນປີ 2009 ​ເມື່ອປຽບທຽບໃສ່ ປີ 2008, ຕາມຣາຍງານ ກະແສຂ່າວທ້ອງຖີ່ນ ວັນທີ 5 ພຶສຈິການີ້.

ປະທານ ສມາຄົມ ອຸດສາຫະກໍາ ຕັດຫຍິບລາວໄດ້ກ່າວ ຕໍ່ຊື່ມວນຊົນ ທ້ອງຖີ່ນວ່າເນື່ອງຈາກໂລກປັຈຸບັນ ມີການພົວພັນກັນ ຫລາຍຂຶ້ນ ເມື່ອປະເທດນຶ່ງ ເກີດມີບັນຫາກໍຈະສົ່ງຜົນກະທົບໂດຍລວມໄປຍັງປະເທດຕ່າງໆ.  ຍີ່ງປະເທດ ມະຫາອໍານາດ ຫລື ປະເທດເສຖກິດ ຍັກໃຫຍ່ ກໍຍີ່ງຈະສົ່ງຜົນກະທົບຫລາຍແລະຂະຫຍາຍວົງກວ້າງ. 

ສໍາລັບ ສປປລາວເອງ ກໍຫລີກລ່ຽງ ບໍ່ໄດ້ ຈາກຜົນກະທົບ ດັ່ງກ່າວເປັນຕົ້ນໃນຂົງເຂດການຄ້າ​ ​ແຕ່ຈະ​​ກະທົບຫລາຍ ຫລື ໜ້ອຍເທົ່ານັ້ນ. ເວົ້າສະເພາະ ຂ​ະແໜງ ຕັດຫຍິບລາວ  ຊຶ່ງເປັນ 1 ​ໃນ 3 ​ເສົາຄໍ້າເສຖກິດທີ່ສໍາຄັນ ຂອງລາວນັ້ນ ກໍສົ່ງສັນຍານວ່າ ທຸຣະກິດ ໃນປີ 2009 ຈະບໍ່ສົດໃສ ເທົ່າທີ່ຄວນ.  ຢ່າງໃດກໍຕາມ ສປປລາວຍັງຖືວ່າໂຊກດີຢູ່ເພາະມີການພົວພັນການຄ້າ ກັບສະຫະຣັດໃນປະລິມານ ໜ້ອຍ.

ຍອດຜລິດຕພັນ ຕັດຫຍິບ ທີ່ລາວສົ່ງອອກ ທັງໝົດນັ້ນ ຕລາດສະຫະຣັດ ກວມເອົາພຽງ 15 ​ເປີເຊັນ  ແຕ່ກໍເຮັດໃຫ້ ຕັດຫຍິບລາວ ຕ້ອງໄດ້ຊອກຫາ ຕລາດແຫ່ງໃໝ່ ຕື່ມອີກແລະ ຖ້າຫາກມີ ຕລາດໃໝ່ເກີດຂຶ້ນ ບັນຫາດັ່ງກ່າວ ກໍຈະບໍ່ເປັນຜົນກະທົບ ຫຍັງຫລາຍ.

ໃນປີ 2007 ຍອດມູນຄ່າ ການສົ່ງອອກສີນຄ້າຕັດຫຍິບ ສູງເຖິງ 157 ລ້ານໂດລາ ສະຫະຣັດ  ໂດຍມີຕລາດຫລັກທີ່ຢູໂຣບ ກວມເອົາ 80 ສ່ວນຮ້ອຍ, ​ອະເມຣິກາ 15 ສ່ວນຮ້ອຍແລະ ຍີ່ປຸ່ນຈໍານວນນຶ່ງ. 

ສະເພາະ ຕົວເລກ 6 ​ເດືອນຕົ້ນປີ 2008 ລາວສາມາດສົ່ງອອກຜລິດຕພັນຕັດຫຍິບໄດ້ຫລາຍກວ່າ 80 ລ້ານໂດລາ ສະຫະຣັດ  ນະທີ່ ຕົວເລກ ບໍ່ເປັນທາງການໃນ 9​ ເດືອນປີ 2008 ມີຫລາຍກວ່າ 100 ລ້ານ ໂດລາສະຫະຣັດ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.