ນັກລົງທຶນ ຈີນ ບ້ຽວສັນຍາ ຊາວສວນມັນຕົ້ນ ແຂວງອຸດົມໄຊ

ຊາວກະສິກອນ ໃນແຂວງອຸດົມໄຊ ສຸມໃສ່ ການປູກມັນຕົ້ນ ໃນເນື້ອທີ່ 106 ເອັກຕາຣ ໂດຍຄາດວ່າ ຈະໄດ້ຮັບ ຜົນຜລິດ 532 ກວ່າຕັນ ແຕ່ກໍມາ ປະສົບກັບ ຄວາມເດືອດຮ້ອນ ເມື່ອບໍ່ມີ ຕລາດຮອງຮັບ ຍ້ອນບໍຣິສັດ ລົງທຶນ ຂອງຈີນ ບໍ່ມາເກັບຊື້ ຕາມສັນຍາ.

ສະນັ້ນ ​​ມັນຕົ້ນ ທັງໝົດ ຂອງເຂົາເຈົ້າຍັງຄ້າງ​​ຢູ່ນັ້ນ ແລະ ອາດຈະເສັຽຫາຍໄດ້ ຫາກເວລາ ແກ່ຍາວອອກໄປຕື່ມອີກ.  ຍານາງ ສົມລີ ສຸພັນທອງ ຫົວໜ້າ ຜແນກອຸດສຫະກໍາ ການຄ້າ ແຂວງອຸດົມໄຊ ກ່າວວ່າ  ບໍຣິສັດ ທີ່ມາເຮັດສັນຍາ ລົງທຶນປູກມັນຕົ້ນ ກັບປະຊາຊົນນັ້ນ ມິດງຽບ-ຕິດຕໍ່ ບໍ່ໄດ້ເລີຍ ອັນສ້າງຄວາມໜັກໃຈໃຫ້ແກ່ງການ ກ່ຽວຂ້ອງ ເນື່ອງຈາກ ປະຊາຊົນ ຮຽກຮ້ອງ ໃຫ້ຊ່ວຍແກ້​​ໄແລະຊອກຫາຕລາດໃຫ້ ເພື່ອຈະໄດ້ເງິນໄປຊໍາຣະໜີ້ ທະນາຄານ.

ເວລານີ້ ທາງງການ ກ່ຽວຂ້ອງ ກໍຫັວງ ທີ່ຈະຊ່ວຍ ໃຫ້ມີການສົ່ງ ມັນຕົ້ນ ອອກຂາຍ ໄດ້ພາຍໃນທ້າຍເດືອນທັນວານີ້  ເພື່ອຊາວສວນ ມັນຕົ້ນ ໃນແຂວງ ຈະບໍ່ປະສົບຄວາມ​​ເສັຽຫາຍ ຄືກັນກັບ ໃນຫລາຍແຂວງ ທີ່ປະສົບ ຢ່າງໜັກໜ່ວງ ມາແລ້ວ ຍ້ອນນັກລົງທຶນ ຊາວຈີນ, ວຽດນາມ, ​ໄທ ແລະ ມາເລເຊັຽ ບໍ່ຍອມເກັບຊື້ ຜົນຜລິດ ຕາມສັນຍາ​. 

ນັກວິຊາການລາວ ທີ່ບໍ່ປະສົງອອກຊື່ ທ່ານນຶ່ງ ໃຫ້ຄວາມເຫັນວ່າ ການປູກພືດ ເປັນສີນຄ້າຂອງຊາວກະສິກອນ ໃນແຂວງຕ່າງໆ ຂອງລາວ ສ່ວນ​​ໃຫຍ່ ຍັງເຮັດພໍໃຜ ພໍລາວ, ຍັງບໍ່ທັນຈັດຕັ້ງກັນ ເປັນກຸ່ມການຜລິດ ເພື່ອສົ່ງອອກເທື່ອ ຈຶ່ງເຮັດໃຫ້ ອໍານາດການຕໍ່ລອງ ໃນຕລາດ ບໍ່ສູງ ແລະ ເສັຽປຽບ ດ້ານຣາຄາ.  ພ້ອມກັນນັ້ນ ການແບ່ງ ຂັ້ນຄຸ້ມຄອງການສົ່ງເສີມ ການຜລິດບໍ່ຈະແຈ້ງ, ການຕິດຕໍ່-ພົວພັນ ດ້ານການຕລາດ ຍັງອ່ອນ.  ຍິ່ງໄປກວ່ານັ້ນ ກໍບໍ່ຊ່ວຍ ປົກປ້ອງຜົນປະໂຫຍດ ຂອງປະຊາຊົນ​​ແລະບໍ່ມີຄວາມຮັບຜິດຊອບ ໃດໆ ຕໍ່ການສູນເສັຽ ຂອງເຂົາເຈົ້າ.

ປັຈຸບັນ ການຜລິດກະສິກໍາ ເປັນສິນຄ້າ ພືດພັນຕ່າງໆ ຢູ່ລາວ ຂຍາຍຕົວຫລາຍ ແຕ່ຍັງຂາດເຕັກນິກ-ວິຊາການ ອັນເຮັດໃຫ້ ປະສິດທິພາບຂອງການຜລິດຕໍ່າ ບໍ່ກຸ້ມຄ່າ ໃນການລົງທຶນ-ການຊອກຫາຕລາດຈໍາໜ່າຍ ແລະ ອຶ່ນໆ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org