ລາວໂພ້ນທະເລ ບໍ່ເສັຽຄ່າຜ່ານແດນ ຊ່ວງສລອງວຽງຈັນ

ຣັຖບາລລາວ ວ່າຈະບໍ່ ເກັບຄ່າ “ວິຊ໋າ” ນຳຊາວລາວ ໂພ້ນທະເລ ທີ່ກັບມາ ຢາມບ້ານ ໃນຕອນສລອງ ຄົບຮອບ 450 ປີ ສ້າງຕັ້ງ ນະຄອນຫລວງ ວຽງຈັນ.
ສົມເນ
2010.08.27

ຣັຖບາລ ສປປລາວ ໄດ້ຕົກລົງ ທີ່ຈະບໍ່ເກັບ ຄ່າທຳນຽມ ກາຣຂໍ ອະນຸຍາຕ ຫລືຄ່າ “ວີຊ໋າ” Visa ນຳຊາວລາວ ໂພ້ນທະເລ ທີ່ສົນໃຈ ກັບຄືນມາ ຢາມບ້ານ ໃນຣະຫວ່າງ ທີ່ມີງານ ສເລີມສລອງ ຄົບຮອບ 450 ປີ ຂອງກາຣສ້າງຕັ້ງ ນະຄອນຫລວງ ວຽງຈັນ ກ່ອນທ້າຍປີ 2010 ນີ້.

ທ່ານລີ ບຸນຄຳ ເອກອະທິບໍດີກົມ ກາຣພົວພັນ ກັບຊາວລາວ ໂພ້ນທະເລ ກ່າວຕໍ່ສື່ ມວລຊົນ ໃນມື້ວັນອັງຄາຣ ຜ່ານມານີ້ວ່າ ທາງກາຣໄດ້ ປະກາສແຈ້ງ ໄປຍັງທຸກ ຫ້ອງກາຣ ກ່ຽວຂ້ອງ ໃຫ້ຍົກເລີກກາຣ ເກັບຄ່າທຳນຽມ ຫລືຄ່າວີຊ໋າ ນຳຊາວລາວ ໂພ້ນທະເລ ຜູ້ທີ່ຈະ ເດີນທາງ ກັບເມືອງລາວ ໃນຣະຫວ່າງ ວັນທີ່ 1 ກັນຍາ ຫາວັນທີ່ 15 ພຶສຈິກາ 2010 ນີ້ ເພື່ອເປັນ ກາຣສົ່ງເສີມ ໃຫ້ຊາວລາວ ທີ່ອາສັຍຢູ່ ຕ່າງປະເທສ ໃນທົ່ວໂລກ ກັບຄືນມາ ຮ່ວມງານ ຊາຕຄັ້ງ ປະວັຕກາຣ ກຳໜົດຈັດຂຶ້ນ ຢູ່ນະຄອນ ຫລວງວຽງຈັນ ໃນມື້ວັນ ທີ່ 15-21 ພຶສຈິກາ ປີນີ້.

ທ່ານລີ ບຸນຄຳ ໄດ້ກ່າວແຈ້ງ ເພີ່ມວ່າ ກາຣຍົກເວັ້ນ ຄ່າທຳນຽມ ເປັນພິເສດ ຄັ້ງນີ້ ກໍຮວມ ທັງຜູ້ເປັນ ສາມີ ຫລືພັຣຍາ ແລະລູກເຕົ້າ ນຳດ້ວຍ ຊຶ່ງຫ້ອງກາຣ ຂອງທ່ານກໍໄດ້ ຮ່ວມມືກັບ ທຸກພາຄ ສ່ວນກ່ຽວຂ້ອງ ເພື່ອແຈ້ງຂ່າວ ໃຫ້ຊາວລາວ ທຸກຊົນຊາຕ ຊົນເຜົ່າ ກັບຄືນມາ ຢາມບ້ານເກີດ ເມືອງນອນ ຄາວມີກາຣ ຈັດງານ ພິເສດຄັ້ງນີ້.

ເຈົ້າໜ້າທີ່ ລາວທ່ານນີ້ ໄດ້ເນັ້ນເພີ່ມວ່າ ທາງກາຣກ່ຽວ ຂ້ອງຂອງລາວ ກໍໄດ້ເຊື້ອເຊີນ ຊາວລາວ ໂພ້ນທະເລ ເປັນສ່ວນບຸຄຄົລ ເປັນກຸ່ມ ຫລືເປັນຄນະ ໃນນາມເປັນ “ແຂກ” ຫລື "Guests" ຂອງຣັຖບາລ ແລະວ່າ ມີຜູ້ຕອບຮັບ ໄປແລ້ວ ບໍ່ຕໍ່າກວ່າ 160 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.