ການພັທນາຫ້າງສິນຄ້າ ເຂດຫົວຂົວມິຕພາບ # 3
2010.08.27
ແຂວງຄໍາມ່ວນ ເລັ່ງລັດໃຫ້ ເອກກະຊົນ ທີ່ໄດ້ຮັບ ສັມປະທານ ໂຄງການສ້າງ ສັພສິນຄ້າ ໃນບໍຣິເວນ ພື້ນທີ່ ຫົວຂົວມິຕພາບ ແຫ່ງທີ 3 ຣະຫວ່າງ ແຂວງຄໍາມ່ວນ ຂອງລາວ ແລະ ນະຄອນພະນົມ ຂອງໄທ ເພື່ອໃຫ້ສາມາດ ຂາຍສິນຄ້າ ແລະ ບໍຣິການຕ່າງໆ ພ້ອມກັບ ເວລາກໍານົດ ເປີດທົດລອງຂົວ ຊຶ່ງຄາດວ່າ ຈະຢູ່ໃນ ວ່າງ ກາງປີ 2011. ເຈົ້າໜ້າທີ່ ຜແນກແຜນການ ແລະ ການລົງທຶນ ແຂວງຄໍາມ່ວນ ກ່າວວ່າ:
“ສູນການຄ້າ ປັດຈຸບັນ ຖືວ່າ ມີບໍຣິສັດ SK-KS ທີ່ເຮົາອອກ ໃບອະນຸຍາດ ລົງທຶນໃຫ້ແລ້ວ. ປັດຈຸບັນນີ້ ເຂົາກໍາລັງ ກໍ່ສ້າງ ຕາມແຜນການ ທີ່ຕົກລົງກັນ ກັບບໍຣິສັດ ລະແມ່ນເດືອນ 5 ປີ 2011 ຕ້ອງໃຫ້ ສໍາເລັດ.”
ການພັທນາ ສູນການຄ້າ ຊຶ່ງປະກອບ ດ້ວຍຮ້ານຄ້າ ປອດພາສີ ແລະ ຮ້ານຂາຍຂອງ ທີ່ຣະລຶກ ໃນບໍຣິເວນ ພື້ນທີ່ ຫົວຂົວມິຕພາບ ແຫ່ງທີ 3 ຊຶ່ງພາກ ສ່ວນກ່ຽວຂ້ອງ ຖືເປັນ ພື້ນທີ່ ເຂດເສຖກິດ ປະຈໍາແຂວງ ຄໍາມ່ວນ ມີຄວາມຈໍາເປັນ ເລັ່ງດ່ວນ ທີ່ເອກກະຊົນ ຜູ້ໄດ້ຮັບ ສັມປະທານ ຈະຕ້ອງພັທນາ ໃຫ້ສໍາເລັດ ພ້ອມກັບການ ເປີດທົດ ລອງ ນໍາໃຊ້ຂົວ ມິຕພາບ ແຫ່ງທີ 3 ຊຶ່ງມີ ກໍານົດເປີດ ໃນເດືອນ ພຶສພາ ປີ 2011.
ຫລັງຈາກ ການເປີດໃຊ້ຂົວ ຢ່າງເປັນທາງການ ທາງແຂວງ ຫວັງວ່າ ບັນດາ ນັກທ່ອງທ່ຽວ ຈາກປະເທດໄທ ຈະເດີນທາງ ຜ່ານຂົວດັ່ງກ່າວ ຫລາຍຂຶ້ນ ດັ່ງນັ້ນ ທາງແຂວງ ຈຶ່ງເລັ່ງລັດ ໃຫ້ພັທນາ ສູນການຄ້າ ໃຫ້ສໍາເລັດ ເພື່ອຈະດຶງດູດ ໃຫ້ນັກທ່ອງທ່ຽວ ເຂົ້າໄປຊື້ສິນຄ້າ ແລະ ບໍຣິການ ໃນຂົງເຂດ ດັ່ງກ່າວ. ພ້ອມດຽວກັນນັ້ນ ກໍຈະເປັນການ ຍົກຣະດັບ ເສຖກິດ ຂອງແຂວງຄໍາມ່ວນ ໃນພື້ນທີ່ 1 ພັນເຮັກຕາຣ ສາມາດດຶງດູດ ເອກກະຊົນ ໃຫ້ເຂົ້າໄປ ພັທນາ ໂຄງການອື່ນໆ ເປັນຕົ້ນແມ່ນ ໂຄງການ ກາຊີໂນ ສາງສິນຄ້າ ແລະ ໂຮງງານ ອຸດສາຫະກັມ ໃນຂົງເຂດ ໃຫ້ມີ່ຫລາຍຂຶ້ນ ໃນຕໍ່ໜ້າ.