ສາຍການທ່ອງທ່ຽວໃໝ່ ຈາກນິວຊີແລັນ

ບໍຣິສັດ ທ່ອງທ່ຽວ ຈາກປະເທດ ນິວຊີແລັນ ເປີດສາຍການ ທ່ອງທ່ຽວ ໃນລາວ.
ໂພໄຊສວັດ
2010.10.01
F-Namsong ສະຖານທີ່ທ່ອງທ່ຽວ ແຫ່ງນື່ງໃນເມືອງວັງວຽງ ທີ່ເປັນຈຸດສົນໃຈ ຂອງບັນດານັກທ່ອງທ່ຽວ ທີ່ແບກຖົງສັກໃສ່ຫລັງ
Manichanh/RFA

ກົດຟັງສຽງ

ບໍຣິສັດ ທ່ອງທ່ຽວ ຈາກປະເທດ ນິວຊີແລັນ ທີ່ມີຊື່ວ່າ Stray ເປັນບໍຣິສັດ ຣົດບັສນຳທ່ຽວ ທີ່ມີຊື່ສຽງ ສຳລັບ ນັກທ່ອງທ່ຽວ ແບບທີ່ຮ້ອງວ່າ backpacker ໄດ້ປະກາດ ເປີດສາຍ ບໍຣິການ ທ່ອງທ່ຽວ ເລີ້ມແຕ່ເດືອນ ຕຸລາ 2010 ນີ້. ຊຶ່ງລະບົບ ການທ່ອງທ່ຽວ ຈະໃຊ້ແບບ ທີ່ຮ້ອງວ່າ hop-on hop-off ຫລືວ່າ ເຕັ້ນຂຶ້ນເຕັ້ນລົງ ໝາຍຄວາມວ່າ ນັກທ່ອງທ່ຽວ ໂດຍສານ ຈະຂຶ້ນຈາກໃສ ໄປລົງໃສ ກໍໄດ້ ຕາມໃຈມັກ ໃນເຄືອຂ່າຍ ການທ່ອງທ່ຽວ ເອເຊັຍ ຕາເວັນອອກ ສ່ຽງໃຕ້.

ບໍຣິສັດ ທ່ອງທ່ຽວ Stray ໄດ້ໃຊ້ເວລາ ດົນນານ ກວ່ານຶ່ງປີເພື່ອ ສຶກສາເສັ້ນທາງ ແລະ ຕິດຕໍ່ພົວພັນ ກັບທາງການລາວ ເພື່ອຂໍໃບ ອະນຸຍາດ ເປີດກິຈການ ທຸຣະກິດ ທ່ອງທ່ຽວ ຢ່າງສົມບູນ ໃນລາວ. ໂດຍເຊື່ອວ່າ ທຸຣະກິດທ່ອງທ່ຽວ ແບບນີ້ ເປັນບໍຣິສັດ ທຳອິດຈາກ ປະເທດຕາເວັນຕົກ. ຫລັງຈາກການ ໄດ້ຣັບໃບ ອະນຸຍາດ ໝາຍຄວາມວ່າ ທາງບໍຣິສັດ ສາມາດໃຊ້ຣົດບັສ ຂອງໂຕເອງ ແລະ ວ່າຈ້າງຄົນຂັບຣົດ ແລະ ພະນັກງານ ນຳທ່ຽວ ໃນລາວເອງໄດ້.

ຜູ້ຈັດການ ບໍຣິສັດ ທ່ອງທ່ຽວ Stray ທ່ານ Neil Geddes ກ່າວວ່າທາງ ບໍຣິສັດ ມີຄວາມຕື່ນເຕັ້ນ ເປັນພິເສດ ທີ່ໄດ້ເລີ້ມເປີດ ການບໍຣິການ ໃໝ່ ໃນເອເຊັຍນີ້. ທ່ານອະທິບາຍ ວ່າພະນັກງານ ຂອງ ທາງບໍຣິສັດ Stray ໄດ້ເລີ້ມເຮັດວຽກ ພົວພັນກັບ ພະນັກງານທ້ອງຖິ່ນ ໃນລາວມາໄດ້ 18 ເດືອນແລ້ວ ເພື່ອ ທຳຄວາມເຂົ້າໃຈ ກັບສະພາບ ພູມີປະເທດ ແລະ ເພື່ອຈະສາມາດ ຈັດລາຍການ ການທ່ອງທ່ຽວ ທີ່ເປັນ ເອກກະລັກ ແລະມີ ປະສິດທິພາບ.

ລາຍການເດີນທາງ ຂອງບໍຣິສັດ ທ່ອງທ່ຽວ Stray ໃນເຂດເອເຊັຍ ແມ່ນເລີ້ມໂດຍ ທາງຣົດໄຟຈາກ ບາງກອກ ໄປຮອດເຂດ ພາກເໜືອ ຂອງໄທແລ້ວ ຂ້າມໄປພາກ ເໜືອສຸດຂອງລາວ ກ່ອນທີ່ຈະນັ່ງ ຣົດບັສທ່ອງທ່ຽວ ຂອງບໍຣິສັດ ທ່ອງທ່ຽວ Stray ຫລື ນັ່ງລ່ອງເຮືອຍາວ ລົງມາພາກໃຕ້ ຂອງລາວ ແລະ ຂ້າມກັບໄປຫາ ບາງກອກ ປະເທດໄທຄືນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.