ກົດໝາຍລາວສໍາລັບ ຊາວຈີນຢູ່ລາວ

ຊາວຈີນ ຜູ້ທີ່ເຮັດ ຜິດກົດໝາຍ ຂັ້ນບໍ່ຮ້າຍແຮງ ໃນ ສປປລາວ ບໍ່ຕ້ອງຜ່ານ ການພິຈາຣະນາ ຈາກສານລາວ.
ຈະເຣີນສຸກ
2010.10.08

ກົດຟັງສຽງ

ຕໍາຣວດລາວ ເປີດເຜີຍ ວ່າ ມີຊາວຈີນບາງຄົນ ຫລື ບາງກຸ່ມ ທີ່ກະທໍາຜິດ ກົດໝາຍລາວ, ຊຶ່ງສ່ວນຫລາຍ ທາງການລາວ ຈະປະສານງານ ກັບທາງການຈີນ  ໃຫ້ຮັບໂຕ ຜູ້ກະທໍາຜິດ ໄປລົງໂທດ ທີ່ປະເທດຕົນ, ໂດຍບໍ່ຕ້ອງ ຜ່ານຂັ້ນຕອນ ການຮັບໂທດໃນລາວ. ໂດຍສະເພາະ ຄະດີ ລັກຊັພ, ສໍ້ໂກງ, ຕົວະຍົວະ ຫລອກລວງ ແລະ ຄ້າມະນຸສ. ທ່ານ ກ່າວໃນຕອນນຶ່ງ ວ່າ:

“ສ່ວນໃຫຍ່ ຄົນຈີນ ບາງເທື່ອກໍປະສານງານ ທາງເມືອງຈີນ ທາງເມືອງຈີນ ມັນມີຈີນ ບາງເທື່ອ ກໍມີຄໍາຮ້ອງຟ້ອງ ທາງເມືອງຈີນ ມາຈາກປະເທດຈີນ ກໍມີ ບາງເທື່ອ ຕາມທີ່ຮູ້ ບາງເທື່ອທີຜ່ານມາ ທາງກະຊວງ ຕ່າງປະເທດ ປະສານ ກັບຈີນ ສົ່ງໃຫ້ຂະເຈົ້າ.”

ທ່ານ ກ່າວຕື່ມວ່າ ໃນປັດຈຸບັນ ການທີ່ຊາວຈີນ  ເຣີ້ມໂຍກຍ້າຍ ເຂົ້າມາຢູ່ໃນລາວ ຫລາຍຂຶ້ນນັ້ນ, ເຈົ້າໜ້າທີ່ ຮັກສາຄວາມສງົບ ກໍໄດ້ຕິດຕາມ ການເຄື່ອນໄຫວ ຂອງກຸ່ມຄົນຈີນ ໃນລາວ ຢ່າງສມໍ່າສເມີ, ໂດຍສະເພາະ ກຸ່ມຄົນຈີນ ທີ່ເຂົ້າມາຫລິ່ນ ກາຊີໂນ, ມາອອກແຮງງານ ແລະ ມາປະກອບ ທຸຣະກິດ ຕ່າງໆໃນລາວ ທີ່ອາສັຍ ຢູ່ຢ່າງຫລວງຫລາຍ ໃນນະຄອນຫລວງວຽງຈັນ, ແຂວງ ບໍ່ແກ້ວ, ຫຼວງນໍ້າທາ, ອຸດົມໄຊ ແລະ ຜົ້ງສາລີ.

ສໍາລັບ ນະໂຍບາຍ ຈາກຂັ້ນເທິງ ກ່ຽວກັບ ການກວດກາ ແລະ ການຕິດຕາມເບິ່ງນັ້ນ, ທາງຂັ້ນເທິງ ກໍມີນະໂຍບາຍ ແລະ ມາຕການ ເບິ່ງແຍງ ເປັນພິເສດ ເພາະວ່າ ຊາວຈີນນັ້ນ, ກໍມີທັງຄົນດີ ແລະ ຄົນບໍ່ດີ ກໍອາດຈະມີ ຄວາມສ່ຽງ ໃນການເຮັດ ຜິດກົດໝາຍລາວ.

ເຖິງຢ່າງໃດ ກໍຕາມ, ຖ້າຫາກພົບ ວ່າ ຊາວຈີນ ເຮັດຜິດກົດໝາຍລາວນັ້ນ, ຕໍາຣວດ ຈະພິຈາຣະນາ ຈາກຄະດີ ທີ່ເຮັດຜິດ ວ່າ ຮຸ່ນແຮງຫລືບໍ່, ເປັນຄະດີ ອາຍາ ຫລື ແຜ່ງ, ຊຶ່ງຫາກບໍ່ຮຸ່ນແຮງຫລາຍ ແຕ່ສ່ຽງ ກໍ່ໃຫ້ເກີດ ຄວາມຂັດແຍ່ງ ໃນສົງຄົມລາວ ເຈົ້າໜ້າທີ່ລາວ ຈະປະສານງານ ກັບສະຖານທູດຈີນ ໃຫ້ເປັນຜູ້ລົງໂທດ ແລະ ກໍສົ່ງກັບ ປະເທດຂອງຂະເຈົ້າ ຕາມຂໍ້ຕົກລົງ ລາວ-ຈີນ ຫລື ຫາກຮຸນແຮງ ແລະ ສ່ຽງ ຕໍ່ການເຮັດໃຫ້ເກີດ ຄວາມຂັດແຍ່ງ ໃນສັງຄົມລາວ ກໍຈະໃຫ້ ຂັ້ນເທິງ ຣະດັບສູງ ເປັນຜູ້ພິຈາຣະນາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.