ຄອນພະເພັງ ຕຣຽມຮັບນັກລົງທຶນ

ເຂດເສຖກິດ ຄອນພະເພັງ ແຂວງຈໍາປາສັກ ກະຕຽມຂໍ້ມູນ ເພື່ອໃຫ້ ນັກລົງທືນ ເຂົ້າມາລົງທືນ.
ສົມເນ
2010.10.13

ກົດຟັງສຽງ

ປັດຈຸບັນນີ້ ທາງການເຂດເສຖກິດ ຄອນພະເພັງ ແຂວງຈໍາປາສັກ ກໍາລັງກະຕຣຽມ ເງື່ອນໄຂເບື້ອງຕົ້ນ ໃນການກໍານົດ ພື້ນທີ່ຕ່າງໆ ສໍາລັບໄວ້ໃຫ້ ນັກລົງທືນ ທີ່ສົນໃຈ ເຂົ້າມາສ້າງ ໂຄງຮ່າງພື້ນຖານ ກ່ຽວກັບການທ່ອງທ່ຽວ. ໂຄງການທີ່ຊີ້ນໍາ ໂດຍຣັຖບານແຫ່ງນີ້ ເປັນໂຄງການສະເພາະ ການທ່ອງທ່ຽວ ເທົ່ານັ້ນ. ດັ່ງເຈົ້າໜ້າທີ່ ຫ້ອງການ ຄົ້ນຄວ້າພັທນາ ເຂດເສຖກິດ ສີພັນດອນ ໄດ້ເປີດເຜີຽ:

"ເພິ່ນກໍກໍາລັງ ກະກຽມເບື້ອງຕົ້ນ ມັນກະຕຽມເງື່ອນໄຂ ສ້າງເງື່ອນໄຂ ອໍານວຍຄວາມ ສະດວກ ທຸກປະການ ຕັ້ງຄນະກັມມະການ ຕຣຽມຂໍ້ມູນ ດາຕາທັງໝົດ ຫລັງຈາກ ເພິ່ນກໍານົດເຂດ ແລ້ວ ເພິ່ນຈະໃຫ້ນັກລົງທືນ ເຂົ້າໄປປະມູນ ສ້າງອາຄານ ອາພາເຕິເມັນຕ່າງໆ ພື້ນຖານ ໂຄງຮ່າງຕ່າງໆ".

ທ່ານວ່າ ຂໍ້ມູນໂຕຈິງ ທີ່ຕ້ອງກະຕຽມນັ້ນ ກໍມີການ ສໍາຣວດພື້ນທີ່ ໂຕຈິງ, ສໍາຣວດ ຄວາມເປັນໄປໄດ້ ໃນການກໍ່ສ້າງ ສະຖານທີ່ຕ່າງໆ ໃນແຕ່ລະເຂດ ສໍາລັບໄວ້ໃຫ້ ນັກລົງທືນໄດ້ ເຂົ້າມາລົງທືນ ສ້າງອາຄານຕ່າງໆ ແລະສະຖານທີ່ບັນເທິງ ແລະ ການທ່ອງທ່ຽວ. ເຂດເສຖກິດສະເພາະ ແຫ່ງນີ້ ຄາດວ່າຈະສ້າງ ເປັນເມືອງນື່ງທີ່ ຕັ້ງຢູ່ ໃກ້ກັບ ນໍ້າຕົກຄອນພະເພັງ ດັ່ງທ່ານ ໄດ້ອະທິບາຍຕື່ມ:

"ທາງຣັຖບານ ກໍມີແຜນສ້າງ ໃຫ້ເປັນເຂດພິເສດ ດ້ານການທ່ອງທ່ຽວ ດ້ານດຽວ ບໍ່ໄດ້ສ້າງຫຍັງ ຫລວງຫລາຍ ມີແຕ່ວ່າກໍານົດ ເປັນເຂດ ແລະ ກໍສ້າງເປັນ ຕົວເມືອງ ເມືອງໄກ້ໆ ຄອນພະເພັງ".

ໂຄງການ ເຂດເສຖກິດພິເສດ ຄອນພະເພັງນີ້ ຈະມີເນື້ອທີ່ ກວມລວມປະມານ 39 ພັນເຮັກຕາ ຮ່ວມທັງພື້ນທີ່ ຄອນພະເພັງ ແລະ ດອນໂຂງ ທາງດ້ານຕະເວັນຕົກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.