ຮັກສາຂນົບທັມນຽມ ແລະການພັທນາ

ເປັນກາຣຍາກ ທີ່ຢາກໃຫ້ມີ ວິວັຖນາກາຣ ແລະຮັກສາ ຂນົບທັມນຽມ ປະເພນີ ເຄົ້າເດີມລາວໄວ້.
ຫວາດ ສີມູນ
2010.03.18

ທາງກາຣລາວ ຍອມຮັບວ່າ ເປັນກາຣຍາກ ທີ່ຢາກຈະໃຫ້ ມີວິວັຖນາກາຣ ແລະ ສາມາດຮັກສາ ຂນົບທັມນຽມ ປະເພນີລາວ ເຄົ້າເດີມ ໄວ້ຄືເກົ່າ ພາຍຫລັງທີ່ມີ ກາຣເປີດ ກວ້າງຮັບເອົາ ນັກທ່ອງທ່ຽວຊາວ ຕ່າງປະເທສ ເຂົ້າມາທ່ຽວຊົມ ຕາມສະຖານທີ່ຕ່າງໆ ທົ່ວປະເທສ ດັ່ງປັຈຈຸບັນ ນີ້ນັ້ນ.

ທ່ານທະວີເພັດ ອຸລາ ເຈົ້າໜ້າທີ່ ປະຈຳອົງກາຣ ທ່ອງທ່ຽວແຫ່ງຊາຕ ວ່າ ຄວນຈະເຮັດວິທີໃດ ເພື່ອໃຫ້ສາມາດ ຮັກສາຮີດຄອງ ປະເພນີ ແລະຂນົບທັມນຽມ ຂອງລາວ ໄວ້ຄືເກົ່າ ໂດຽສະເພາະ ທີ່ມີຊາວຕ່າງຊາຕ ພາກັນລັ່ງໄຫລ ເຂົ້າມາເມືອງລາວ ຢ່າງຫລວງຫລາຍ ໃນແຕ່ລະປີ. ໃນຂະນະດຽວກັນ ກໍວ່າມີບັນຫາ ທີ່ເຍົາວະຊົນ ໜຸ່ມນ້ອຍ ມັກຈະຮຽນແບບ ຂອງຊາວຕ່າງຊາຕ ໂດຽທີ່ບໍ່ຄຳນຶງ ເຖິງຄວາມເສັຽຫາຍ ທາງດ້ານວັທນາທັມ ຂອງລາວ ແຕ່ຢ່າງໃດນັ້ນ.

ຄວາມຈິງມີຢູ່ວ່າ ທາງກາຣລາວ ຍັງຕ້ອງກາຣເງິນຕຣາ ຕ່າງປະເທສ ທີ່ບັນດານັກທ່ອງທ່ຽວ ນຳເຂົ້າມາຢ່າງ ຫລວງຫລາຍ ໃນແຕ່ລະປີ ດັ່ງຈະເຫັນໄດ້ ທີ່ຈຳນວນ ເພີ່ມຂຶ້ນເຖິງ 3 ເທົ່າໃນຣະຍະ 10 ປີ ຈາກປະມານ 5 ແສນຄົນໃນປີ 1998 ມາເປັນ 1.7 ລ້ານຄົນໃນປີ 2008 ເຮັດໃຫ້ລາວ ມີຣາຍຮັບເພີ່ມຂຶ້ນຈາກ 80 ລ້ານ ດອລລາຣ໌ໃນປີ 1998 ມາເປັນ 275 ລ້ານ ດອລລາຣ໌ສະຫະຣັຖ ໃນປີ ທີ່ຜ່ານມານີ້.

ທ່ານທະວິເພັດ ໄດ້ກ່າວເນັ້ນວ່າ ເຖິງຈະເປັນກາຣ ລຳບາກ ແຕ່ທາງກາຣລາວ ຄວນຈະເພີ່ມມາຕກາຣ ຫາວິທີທາງ ແນະນຳ ໃຫ້ນັກທ່ອງທ່ຽວ ຊາວຕ່າງປະເທສ ຮຽນຮູ້ຮີດຄອງ ປະເພນີ ແລະໃຫ້ມີກາຣ ເຄົາຣົພຢຳເກງ ປະຕິບັຕຕາມ ຣະບຽບກົດໝາຍ ຂອງລາວ.

ໃນຂະນະດຽວກັນ ກໍຄວນທີ່ຈະສົ່ງເສີມ ໃຫ້ປະຊາຊົນ ແຕ່ລະທ້ອງຖິ່ນ ໂດຽສະເພາະ ໃນກຸ່ມວັຍຣຸ້ນ ບໍ່ໃຫ້ຫລົງໄຫລນຳ ແຕ່ສິ່ງຂອງ ຫລືວັທນາທັມ ຂອງຊາວຕ່າງ ປະເທສເກີນໄປ ພ້ອມໃຫ້ເອົາໃຈໃສ່ ໃນກາຣຮັກສາ ຮີດຄອງປະເພນີ ອັນດີງາມ ຂອງລາວໄວ້ ເພື່ອໃຫ້ເປັນເອກລັກ ຂອງຊາຕລາວ ໄວ້ໃຫ້ຍືນຍົງ ຕໍ່ໆໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.