ວຽງຈັນເລີ້ມຈັດຕຣຽມ ຮັບງານວັນສ້າງຕັ້ງ
2010.08.31
ສຳລັບ ງານສລອງ ການສ້າງຕັ້ງ ນະຄອນຫລວງ ວຽງຈັນ ຄົບຮອບ 450 ປີ ທີ່ຈະຈັດຂຶ້ນ ພາຍໃນເດືອນ ພຶສຈິກາ 2010 ພາກສ່ວນດ້ານ ການປົກຄອງ ໄດ້ສົ່ງເຈົ້າ ໜ້າທີ່ ອອກໄປເບິ່ງແຍງ ຄວາມຮຽບຮ້ອຍ ນັບແຕ່ຂັ້ນບ້ານ ແລະເມືອງຕ່າງໆ ພາຍໃນຂົງເຂດ ແລະທົ່ວ ນະຄອນຫລວງ ວຽງຈັນ ເພື່ອຕຣຽມ ຮັບຕ້ອນ ປະຊາຊົນ ແລະ ນັກທ່ອງທ່ຽວ ທີ່ຈະມາຮ່ວມ ໃນງານ ສເລີມສລອງ ດັ່ງກ່າວ ໃຫ້ມີຄວາມ ປອດພັຍ. ດັ່ງເຈົ້າໜ້າທີ່ ຈາກຫ້ອງການ ປົກຄອງ ນະຄອນຫລວງ ເວົ້າວ່າ:
"ນັບແຕ່ວັນທີ 1 ເດືອນ 9 ເປັນຕົ້ນໄປ ພະນັກງານ ທະຫານ ຕຳຣວດ ແຕ່ລະ ຜແນກການ ກົມກອງຕ່າງໆ ນັບແຕ່ພະນັກງານ ຂອງເມືອງ ຫັນລົງຮາກຖານ ໄປປະຈຳ ຢູ່ບ້ານ ຈົນສຳເຣັດການ ສເລີມສລອງ ວຽງຈັນ ເປັນນະຄອນຫລວງ ຄົບ 450 ປີ".
ການເບິ່ງແຍງ ຄວາມສງົບ ຮຽບຮ້ອຍ ຖືວ່າມີຄວາມ ສຳຄັນຫລາຍ ຊຶ່ງທາງການ ຄາດວ່າ ໃນງານນີ້ ຈະມີປະຊາຊົນ ຈາກທົ່ວປະເທດ ແລະ ນັກທ່ອງທ່ຽວ ນາໆຊາດ ເດີນທາງມາ ທ່ອງທ່ຽວ ເພື່ຶອເບິ່ງລາຍການ ໃນງານ ຊຶ່ງພາກສ່ວນ ກ່ຽວຂ້ອງໄດ້ ກະຕຣຽມການ ຈັດງານ ຢ່າງຍິ່ງໃຫຍ່ ເປັນຕົ້ນແມ່ນ ການຈັດສະແດງ ສິລປະ ວັທນະທັມ ລະຄອນ ປວັດສາດ ນະຄອນຫລວງ ໃນຮອບ 450 ປີ ແລະຂະບວນແຫ່ ເຈົ້າໄຊຍະ ເສຖາທິຣາຊ ຊຶ່ງຈະເລີ້ມແຫ່ ຈາກ ຫລວງພຣະບາງ ຫາ ນະຄອນຫລວງ ວຽງຈັນ ໂດຍຈະມີນັກ ສະແດງເຂົ້າຣ່ວມ ປະມານ 2,500 ຫາ 3,000 ຄົນ.
ການຮັກສາ ຄວາມສງົບ ເບິ່ງແຍງຄວາມ ຮຽບຮ້ອຍ ທາງຝ່າຍປົກຄອງ ຕ້ອງໄດ້ ເອົາໃຈໃສ່ ຫລຸດຜ່ອນບັນຫາ ສັງຄົມທີ່ບໍ່ ເປັນລະບຽບ ເສັຍກ່ອນ ຊຶ່ງປັດຈຸບັນນີ້ ຍັງມີແຜ່ ຂຍາຍຫລາຍ ໃນນະຄອນຫລວງ ວຽງຈັນ ເຊັ່ນການລັກເລັກ ຂໂມຍນ້ອຍ ບັນຫາຊາວໜຸ່ມ ກິນເຫລົ້າມຶນເມົາ ອາລະວາດ ຕີກັນ ແລະບັນຫາການ ແຜ່ລະບາດ ຂອງ ຢາເສບຕິດ. ການຫາທາງ ແກ້ໄຂນີ້ ກໍເພື່ອ ຮັບປະກັນ ແກ່ປະຊາຊົນ ແລະນັກທ່ອງທ່ຽວ ວ່າຈະມີ ຄວາມປອດພັຍ ເມື່ອມາຮ່ວມ ໃນງານ ດັ່ງກ່າວ.