ຜແນກຮັກສາຄວາມສງົບ ຕຣຽມໃສ່ງານສລອງ ວຽງຈັນ

ຝ່່າຍປ້ອງກັນ ຄວາມສງົບ ນະຄອນຫລວງ ວຽງຈັນ ສືບຕໍ່ແກ້ໄຂ ບັນຫາ ຂໍ້ບົກຜ່ອງ ໃນງານ ແຂ່ງຂັນ ກິລາຊີເກມ ເພື່ອຕຣຽມພ້ອມ ສໍາລັບງານ ສລອງ 450 ປີ ຂອງວຽງຈັນ.
ມະນີຈັນ
2010.04.29

ຜແນກປ້ອງກັນ ຄວາມສງົບ ນະຄອນຫລວງ ວຽງຈັນ ພຍາຍາມແກ້ໄຂ ບັນຫາ ຂໍ້ບົກຜ່ອງ ທີ່ບໍ່ທັນແກ້ໄຂ ໄດ້ນັ້ນຢູ່ຕໍ່ໄປ ຫລັງຈາກທີ່ໄດ້ ຈັດການແຂ່ງຂັນ ກິລາຊີເກມສ ຄັ້ງທີ 25 ເພື່ອຈະເຮັດໃຫ້ ການຮັກສາ ຄວາມສງົບຮຽບຮ້ອຍ ໃນງານສເລີມສລອງ ນະຄອນຫລວງ ວຽງຈັນ ຄົບຮອບ 450 ປີ ທີ່ຈະຈັດຂຶ້ນ ໃນປີ 2010 ນີ້ ເປັນໄປດ້ວຍດີ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຜແນກປ້ອງກັນ ຄວາມສງົບ ນະຄອນຫລວງ ວຽງຈັນ.

"ພວກເຮົາໄດ້ສຸມໃສ່ ແມ່ນກໍາບັນດາ ເປົ້າໝາຍທີ່ພວກເຮົາ ໄດ້ແກ້ເປົ້າໝາຍໃດ ທີ່ຍັງບໍ່ທັນ ແກ້ໄດ້ແກ້ຕົກ ຜ່ານຈາກຊີເກັມສ ຫັ້ນແລະມາ 450 ປີ ໃຫ້ສືບຕໍ່ແກ້ໄຂ ບັນດາເປົ້າໝາຍ ຫຍໍ້ທໍ້".

ແລະວ່າບັນຫາ ທີ່ຍັງແກ້ໄຂ ບໍ່ໄດ້ໃນເຂດ ນະຄອນຫລວງ ຊຶ່ງອາຈຈະສົ່ງ ຜົລສະທ້ອນ ໄປສູ່ການ ສເລີມສລອງງານ 450 ປີ ນັ້ນ ກໍມີທັງບັນຫາ ການລັກຊັບສິນ ຂອງພົລເມືອງ ບັນຫາກຸ່ມວັຍລຸ້ນ ດື່ມສິ່ງມືນເມົາ ຕີກັນ ແລະ ບັນຫາການແພ່ ຣະບາດ ຂອງຢາເສບຕິດ ໃຫ້ໂທດເປັນຕົ້ນ. ໃນນັ້ນທາງພາກ ສ່ວນທີ່ກ່ຽວຂ້ອງ ຈະເອົາໃຈໃສ່ ຫລາຍເພີ່ມຂຶ້ນ ຕໍ່ບັນຫາເຫລົ່ານີ້ ໂດຍຈະປະຕິບັດ ຢ່າງເຂັ້ມງວດ ຕໍ່ຜູ້ກະທໍາຜິດ. ທ່ານກ່າວຕໍ່ໄປວ່າ:

"ນໍ້າເບີນຶ່ງນີ້ ແມ່ນລະ ໃຫ້ການສຶກສາ ອົບຮົມ ປະເພດສອງ ກໍໃຫ້ການສຶກສາ ອົບຮົມ ສ່ວນໃນປະເພດ ສາມນີ້ ແມ່ນໃຫ້ສົ່ງດັດສ້າງ. ງານ 450 ປີ ແມ່ນຮັບປະກັນ ໃຫ້ຄວາມສງົບ ໃນນະຄອນຫລວງ ວຽງຈັນ ໃນຣະດັບສູງ".

ເທົ່າທີ່ຜ່ານມາ ປາກົດວ່າ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ເວົ້າເຖິງ ກິຈຈະກັມ ທີ່ຈະຈັດໃຫ້ ມີຂຶ້ນໃນໂອກາດ ການສເລີມສລອງ ນະຄອນຫລວງ ວຽງຈັນ ຄົບຮອບ 450 ປີ ຢ່າງຈະແຈ້ງ ໃດໆເທື່ອ.  ສໍາລັບ 2 ໂຄງການທີ່ກ່ຽວເນື່ອງ ຄືໂຄງການ ພັທນາພື້ນທີ່ ແຄມຝັ່ງແມ່ນໍ້າຂອງ ໂຄງການກໍ່ສ້າງຖນົນ 450 ປີນັ້ນ ກໍປາກົດວ່າ ຊັກຊ້າ ແລະ ບໍ່ມີຄວາມຄືບໜ້າ ຫລາຍພໍເທົ່າໃດ.

ສ່ວນວັນ ສເລີມສລອງ 450 ປີວຽງຈັນນັ້ນ ກ່ອນໜ້ານີ້ ຕາມຂ່າວວ່າ ມີກໍານົດການ ຈັດໃສ່ ວັນທີ່ 2 ທັນວາ ຊຶ່ງເປັນວັນຊາດ ສປປລາວ  ແຕ່ຫລັງໆມານີ້ ປາກົດວ່າ ບໍ່ຄ່ອຍມີການ ເວົ້າເຖິງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.