ການທ່ອງທ່ຽວແຂວງຄໍາມ່ວນ

ການທ່ອງທ່ຽວ ແຂວງຄໍາມ່ວນ ປະສົບ ກັບບັນຫາ ເລື່ອງເສັ້ນທາງ ການທ່ອງທ່ຽວ ແບບເດີນປ່າ ໃນຊ່ວງ ຣະດູຝົນ.
ມະນີຈັນ
2010.08.02

ການທ່ອງທ່ຽວ ພາຍໃນແຂວງ ສ່ວນຫລາຍ ຈະເປັນແບບ ການເດີນປ່າ ເລາະລຽບ ໄປຕາມ ແຄມແມ່ນໍ້າ. ເວລາຝົນຕົກ ຈະເຮັດໃຫ້ ເສັ້ນທາງ ມີຄວາມກັນດານ.  ມາຮອດດຽວນີ້ ກໍຍັງບໍ່ມີ ງົບປະມານ ພັທນາ ເສັ້ນທາງ ແຕ່ຢ່າງໃດ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຫ້ອງການທ່ອງທ່ຽວ ແຂວງຄໍາມ່ວນ:

"ສ່ວນຫລາຍ ບັນຫາຂອງ ທ່ອງທ່ຽວ ຢູ່ຄໍາມ່ວນ ມັນຈະມີ ບັນຫາ ຊ່ວງຣະດູຝົນ ເພາະວ່າ ມັນສິມີ ເດີນປ່າຕາມ ເລາະແຄມປ່າ ມັນຈະມີ ສາຍນໍ້າ ເສັ້ນທາງ ກໍມີ ບັນຫາ ເພາະວ່າ ຣະດູຝົນ ສ່ວນຫລາຍ ເສັ້ນທາງ ຈະເຂົ້າ ບໍ່ໄດ້ເລີຍ ເພາະວ່າ ມັນເປັນທາງ ຂ້ອນຂ້າງລໍາບາກ ແລະກໍເວລາ ຝົນມາ ຈະເຮັດໃຫ້ ທາງມື່ນ ໄປບໍ່ໄດ້".

ທ່ານກ່າວ ຕໍ່ໄປວ່າ ເຖິງຈະເປັນ ໜ້າຝົນ ແຕ່ຝົນກໍບໍ່ ຕົກຫລາຍ ຄືປີທີ່ ຜ່ານມາ. ການທ່ອງທ່ຽວ ໃນຮູບແບບ ການເດີນປ່າ ບາງຣາຍການ ຈຶ່ງດໍາເນີນ ໄປໄດ້ຢູ່ ຊຶ່ງຄາດວ່າ ຣາຍໄດ້ ຂອງປີນີ້ ຈະບໍ່ຂາດທຶນ ຫລາຍປານໃດ ເມື່ອທຽບໃສ່ ເສຖກິດ ສັງຄົມລາວ ໃນຊ່ວງນີ້. ສໍາລັບແຜນ ພັທນາ ເສັ້ນທາງ ການທ່ອງທ່ຽວ ເພື່ອອໍານວຍ ຄວາມສະດວກ ແລະ ຄວາມປອດພັຍ ໃຫ້ແກ່ນັກ ທ່ອງທ່ຽວ ໂດຍສະເພາະ ໃນຊ່ວງ ຣະດູຝົນນີ້ ບໍ່ມີແນວໂນ້ມ ເທື່ອວ່າ ທາງຣັຖບານ ຈະອະນຸມັດ ງົບປະມານ ໃຫ້ເທື່ອ:

"ມີແນວໂນ້ມວ່າ ຈະມີ ເພາະວ່າເພິ່ນ ກໍຍັງ ລໍຖ້າເບິ່ງ ໂຄງການ ຂອງຣັຖບານ ປີຊິມາ ເພິ່ນກໍໃຫ້ ຄໍາຕອບວ່າ ຍື່ນໂຄງການ ໄປອີກແລ້ວ ໄທເຮົາທຶນ ບໍ່ຫລາຍ ກໍເລີຍຍື່ນ ໄປຕາມເພິ່ນນໍາ".

ປັຈຈຸບັນ ກໍາລັງມີ ການໂຄສະນາ ການທ່ອງທ່ຽວ ແບບອະນຸຮັກ ໂດຍໃຫ້ ປະຊາຊົນ ມີສ່ວນຮ່ວມ. ການທ່ອງທ່ຽວ ແບບຜະຈົນພັຍ ຊຶ່ງເສັ້ນທາງ ທີ່ມີຢູ່ນີ້ ຈະມີຄວາມ ສະດວກ ໃນຣະດູແລ້ງ  ແຕ່ໃນຊ່ວງ ໜ້າຝົນ ຈະເປັນເສັ້ນທາງ ທີ່ກັນດານຫລາຍ ສໍາລັບ ນັກທ່ອງທ່ຽວ ທີ່ບໍ່ຮູ້ຈັກ ເສັ້ນທາງ ຂອງພື້ນທີ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.