ທຸຣະກິດ ການທ່ອງທ່ຽວ ຕາມເສັ້ນທາງເລກ 9

ທຸຣະກິດ ການທ່ອງທ່ຽວ ຕາມເສັ້ນທາງເລກ 9 ໃນແຜນການ ເສຖາກິດ ຕາເວັນອອກ ຕາເວັນຕົກ ຣະຫວ່າງແຂວງ ມຸກດາຫານ ຂອງໄທຜ່ານ ແຂວງສວັນນະເຂດ ຂອງລາວ ໄປສູ່ແຂວງ ດານັງວຽດນາມ ໄດ້ລຸດລົງ
ສິດນີ
2009.01.26

ທຸຣະກິດ ການທ່ອງທ່ຽວ ຕາມເສັ້ນທາງ ເລກ 9 ໃນແຜນການ ເສຖາກິດ ຕາເວັນອອກ ຕາເວັນຕົກ ຣະຫວ່າງ ແຂວງມຸກດາຫານ ຂອງໄທ ຜ່ານແຂວງ ສວັນນະເຂດ ຂອງລາວ ໄປສູ່ແຂວງ ດານັງວຽດນາມ ໄດ້ລຸດລົງ ຢ່າງຫລວງຫລາຍ ຍ້ອນເສຖາກິດ ທົດຖອຍ ແລະການບໍຣີການ ບໍ່ມີປະສິທິພາບ.

ນັກທ່ອງທ່ຽວ ທາງບົກທີ່ ເດີນທາງເຂົ້າອອກ ຣະຫວ່າງໄທ ລາວແລະວຽດນາມ ເລີ້ມມີຈຳນວນ ລຸດລົງຢ່າງ ຫລວງຫລາຍວ່າງ ປີທີ່ຜ່ານມາ ຫລັງຈາກທີ່ ມີການ ຂຍາຍ ຕົວໃນປີ 2006-2007 ຜູ້ປະກອບ ການກໍ່ມີ ການແຍ້ງຊີງ ລູກຄ້າຣະຫວ່າງ ກັນຫລາຍຂື້ນ ດ້ວຍການລຸດ ຣາຄາຄ່າ ທ່ອງທ່ຽວ ແຕ່ ການບໍ່ຣີການ ກໍ່ຍັງຫລົ້ມ
ເຫລວຕາມເຄີຍ ສຳລັບພາກ ສ່ວນຂອງລາວ ເຈົ້າຫນ້າທີ່ ລາວເວົ້າວ່າ-ຫນັງສືພີມ ວຽດນາມ ລາຍງານວ່າ ມີຈຳນວນ ນັກທ່ອງທ່ຽວ ລຸດລົງປະມານ 30 ສ່ວນຮ້ອຍ ຈາກປີ 2008 ຜູ້ປະກອບ ການທີ່ແຂວງ ກວາງຈີ ໃຫ້ການວ່າ ຈຳນວນນັກ ທ່ອງທ່ຽວທີ່ ຜ່ານດ່ານລາວບ່າວ ເຂົ້າມາວຽດນາມ ພຸ່ງຂື້ນວ່າງ ສອງປີກ່ອນ ແຕ່ໃນປີນີ້ ຫາຍໄປຫມົດ ແລະຈຳນວນ ຜູ້ປະກອບການ ດ້ານການທ່ອງ ທ່ຽວກໍ່ຫາຍ ໄປເຫມືອນກັນ ເພາະບໍມີ ທຸຣະກິດ. ເຈົ້າຫນ້າທີ່ ບໍຣີສັດວຽງ ຈຳປາທອ່ງທ່ຽວ ທີ່ແຂວງສັວນນະເຂດ ໃຫ້ການວ່າ ຜູ້ນຳທ່ຽວ ທາງວຽດນາມ ສເນີການນຳ ທ່ຽວພຽງແຕ່ຫວົລະ 30ໂດລາ ສຳລັບທ່ອງທ່ຽວ ນະຄອນເວ້-ດານັງ ຮວມ 3 ວັນ 4 ຄືນ ຊື່ງເປັນໄປບໍ່ໄດ້ ໃນພາກປະຕິບັດ ເພາະຈະຂາດທືນ.

ນອກຈາກນັ້ນ ນັກທ່ອງທ່ຽວກໍ່ ຕຳນິວ່າ ການບໍຣີການ ດ້ານການທ່ອງທ່ຽວ ໃນເຂດນີ້ ຂາດຄຸນນະ ພາບຫລາຍ ບາງຄົນກໍ່ ບອກວ່າຈະ ບໍ່ກັບມາ ທ່ອງທ່ຽວ ໃນຂົງ ເຂດ ແຫ່ງນີ້ອີກໃຫມ່. ຜູ້ປະກອບການ ດ້ານທ່ອງທ່ຽວ ແຫ່ງປະເທດໄທ ກໍ່ບອກວ່າ ການບໍຣີການ ທີ່ວຽດນາມ ແລະທີ່ລາວ ຂາດຄຸນນະພາບ ເຮັດໃຫ້ນັກ ທ່ອງທ່ຽວ ບໍ່ຢາກກັບ ໄປທ່ຽວອີກໃຫມ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.