ສວັນ-ເຊໂນ ເພີ້ມນັກລົງທຶນ

ບໍຣິສັດ ທີ່ໄດ້ຮັບ ສັມປະທານ ເຂດເສຖກິດ ພິເສດ ສວັນ-ເຊໂນ ໂຊນເອ ຊອກຫາ ຜູ້ຮ່ວມລົງທຶນ ຊາວໄທໄດ້.
ໂພໄຊສວັດ
2010.09.09

ບໍລິສັດ TAG ຂອງໄທ ທີ່ໄດ້ຮັບ ສຳປະທານ ຈາກ ສປປລາວ ໃຫ້ພັທນາ ເຂດເສຖກິດ ພິເສດ ສວັນ-ເຊໂນ ໂຊນເອ ທີ່ຊອກຫາ ຜູ້ຮ່ວມລົງທຶນ ຊຶ່ງເປັນກຸ່ມ ທຸຣະກິດ ລາຍໃໝ່ຈາກໄທ ໄດ້ແລ້ວ ແລະ ຈະເຂົ້າມາ ຮ່ວມພັທນາ ເຂດດັ່ງກ່າວ. ທ່ານທອງໄສ ໄຊຍະວົງຄຳ ຮອງຜູ້ ບໍຣິຫານ ເຂດເສຖກິດ ພິເສດ ສວັນ-ເຊໂນ ເວົ້າວ່າ:

"ພວກເຮົາກໍ ເຊັນສັນຍາກັບ ຜູ້ພັທນາ ຈາກ ປະເທດໄທ ດຽວນີ້ເພິ່ນ ກໍຊອກຫາ ຜູ້ເຂົ້າມາຮ່ວມ ການລົງທຶນ ຝ່າຍໄທ ກໍມີ ຫລາຍດ້ານທີ່ ເຂົ້າມາລົງທຶນ ຊຶ່ງຂະເຈົ້າ ອາດຈະພັທນາ ສ່ວນໃດສ່ວນນຶ່ງ ສ່ວນລາຍ ລະອຽດຍ່ອຍ ກໍໃຫ້ຜູ້ທີ່ ສົນໃຈ ເຂົ້າມາລົງທຶນ ໄດ້ເລີຍ".

ການພັທນາ ເຂດເສຖກິດ ພິເສດ ສວັນ-ເຊໂນ ໂຊນເອ ບໍ່ມີຄວາມ ຄືບໜ້າ ເຈົ້າໜ້າທີ່ ທາງການລາວ ບອກກັບ ຜູ້ສື່ຂ່າວ ເອເຊັຍເສຣີ ວ່າ ບໍລິສັດ TAG ຂອງໄທມີບັນຫາ ພາຍໃນ ແລະ ບໍ່ມີງົບປະມານ ທີ່ຈະພັທນາ ໂຄງການ ດັ່ງກ່າວ ຕໍ່ໄປຜູ້ດຽວໄດ້ ຈຶ່ງໄດ້ຊອກຫາ ບໍຣິສັດ ກຸ່ມນັກ ລົງທຶນໄທ ທີ່ມີຄວາມ ຊ່ຽວຊານ ດ້ານພັທນາ ອະສັງຫາ ຣິມມະຊັພ ໃນໄທ ໃຫ້ເຂົ້າມາ ຮ່ວມໃນໂຄງການ. ທ່ານທອງໄສ ໄຊຍະວົງຄຳ ເປີດເຜີຍ ເຣື້ອງດັ່ງກ່າວ ໃນກອງ ປະຊຸມ ສັມມະນາ ວັນທີ 9 ກັນຍາ 2010 ເພື່ອແຈ້ງວ່າ ບໍລິສັດ TAG ຊອກຫາ ຜູ້ມາລົງທຶນ ຮ່ວມໄດ້ແລ້ວ.

ໂຄງການ ເສຖກິດ ພິເສດ ສວັນ-ເຊໂນ ມີທັງໝົດ 4 ໂຊນ ຄື ເອ, ບີ, ຊີ ແລະ ດີ. ໂຊນເອ ມີພື້ນທີ່ 305 ເຮັກຕາ ຊຶ່ງບໍລິສັດ TAG ໄດ້ຮັບ ສຳປະທານ ເພື່ອພັທນາ ເປັນໂຮງແຮມ, ໝູ່ບ້ານຈັດສັນ, ຫ້າງສັພສິນຄ້າ ແລະເດີ່ນຕີກ໋ອຝ. ສ່ວນໂຊນ ບີມີ ພື້ນທີ່ກວ້າງ 20 ເຮັກຕາ, ຣັຖບານລາວ ຈະເປັນຜູ້ ບໍຣິຫານ ເອງ ໂດຍຈະພັທນາ ໃຫ້ເປັນສູນ logistic ກະຈາຍສິນຄ້າ. ສ່ວນ ໂຊນຊີ ກວ້າງ 211 ເຮັກຕາ ຈະເຮັດເປັນນິຄົມ ອຸດສາຫະກັມ ໂຮງຈັກໂຮງງານ ຂນາດ ກາງແລະນ້ອຍ ແລະໂຊນດີ ມີໜ້າກວ້າງ 118 ເຮັກຕາ ຈະສ້າງເປັນ ບ້ານຈັດສັນ ຊຶ່ງຈະ ປະກອບດ້ວຍ ໂຮງຮຽນ, ໂຮງໝໍ ແລະ ບ່ອນພັກເຊົາ ຂອງຜູ້ມາເຮັດ ທຸຣະກິດ ລົງທຶນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.