ສວັນນະເຂດ ຮ່ວມມືການ ທ່ອງທ່ຽວ ກັບເພືອ່ນບ້ານ

ແຂວງສວັນນະເຂດ ເລັ່ງຂຍາຍແຜນການ ຄວາມຮ່ວມມື ດ້ານການທ່ອງທ່ຽວ ກັບປະເທດ ເພືອ່ນບ້ານຫລາຍຂື້ນ ໃນເວລານີ້.
ສິດນີ
2009.01.28

ຫ້ອງການ ການທ່ອງທ່ຽວ ທີ່ແຂວງ ສວັນນະເຂດ ໃຫ້ການວ່າ ໃນປັດຈຸບັນ ທາງການແຂວງ ເລັ່ງຂຍາຍ ຄວາມຮ່ວມມື ທາງດ້ານການ ທ່ອງທ່ຽວກັບ ຫລາຍແຂວງພາກ ອີ່ສານຂອງໄທ ແລະແຂວງຊາຍ ແດນກັບວຽດນາມ ໃນເຣື້ອງການ ສົ່ງເສີມການ ທ່ອງທ່ຽວ ການໂຄຊະນາການ ການຝືກອົບຣົມ ບຸກຄຣາກອນ ດ້ານການທ່ອງທ່ຽວ ຮ່ວມໄປດ້ວຍ ແຜນການຮ່ວມ ການທ່ອງທ່ຽວ ແບບເປັນຫມູ່ກຸ່ມ ຫລື group tour ໃນເຂດ 3 ປະເທດທີ່ເອີ້ນ ກັນວ່າ ສາມແຂວງສາມ ປະເທດ ດັ່ງທ່ານ ເຊົາ ສີສຸກ ເຈົ້າຫນ້າທີ່ ທ່ອງທ່ຽວ ທີ່ແຂວງ ສວັນະເຂດ ໃຫ້ການວ່າ ສາມແຂວງ ສາມປະເທດ ພວກເຮົສກໍ່ ໄດ້ປະຊຸມ ກໍ່ເວົ້າເຮື້ອງ ແຜນການທອ່ງ ທ່ຽວພວກເຮົາ ກໍ່ໄດ້ປືກ ສາຫາລື ກໍ່ເຮັດໃຫ້ ຣາຄາຖືວ່າ ເປັນຣາຄາ ທີ່ດີແລ້ວ ກໍ່ສາມປະເທດ ເປັນເອກພາບກັນ ຖືວ່າ ບໍ່ໄດ້ເອົາ ປຽບເອົາຣັດ ນັກທ່ອງທ່ຽວ.

ທ່ານກ່າວ ເພີ້ມອີກວ່າ ໃນຊ່ວງ ເຫດວິກິດ ທາງດ້ານການ ເງີນແລະ ທຸຣະກິດ ການທ່ອງທ່ຽວ ຕາມເສັ້ນທາງເລກ 9 ກໍ່ມີການ ທົດຖອຍ ດັ່ງນັ້ນ ແຜນການທ່ອງທ່ຽວ ສາມແຂວງ ສາມປະເທດ ຈະສ້າງຄວາມ ຫມັ້ນໃຈທີ່ຈະ ສາມາດືງດູດ ນັກທ່ອງທ່ຽວ ໃຫ້ກັບຄືນ ມາໃຫມ່ໄດ້ ດ້ວຍຄວາມຮ່ວມມື ຣະຫວ່າງ ແຂວງ ສວັນນະເຂດ ມຸກດາຫານ ແລະກວາງຈີ ໃນການລຸດ ຣາຄາການ ທ່ອງທ່ຽວ ໂຮງແຮມບ້ານພັກ ແລະສຖານທີ່ ກີນດື່ມຮ່ວມ ໄປຮອດສຖານ ທີ່ທ່ອງທ່ຽວ ຕ່າງໆພາຍໃນ 3 ແຂວງ ໃຫ້ເປັນສີ່ງ ປະທັບໃຈ ຂອງນັກທ່ອງທ່ຽວ. ທ່ານກ່າວເພີ້ມອີກວ່າ-ໃນສາມແຂວງ ສາມເຂດ ຂອງພວກເຮົານີ້ ກໍພຍາຍາມ ກຳຈັດອຸປສັກ ການເຊັນ ເອກສານຫຍັງ ຕ່າງໆພວກເຮົາ ກໍ່ພຍາຍາມ ເຮັດໃຫ້ມັນ ສດວກຂື້ນແລະ ກໍ່ໃຫ້ວ່ອງໃວ ຂື້ນກວ່າເກົ່າ.

ນັກວິເຄາະ ບອກວ່າແຂວງ ສວັນນະເຂດ ຍັງຂາດແຫລ່ງ ທ່ອງທ່ຽວທີ່ ໄດ້ມາຕຖານ ດັ່ງໂຮງແຮມ ບ້ານພັກ ສຖານທີ່ ກີນດື່ມແລະ ສຖານທີ່ ລື້ນເລີງຕ່າງໆ ຮ່ວມໄປຮອດ ບອ່ນຢຸດພັກ ຊົ່ວຄາວ ຫລືຫ້ອງນ້ຳ ໃນຂນະທີ່ ເດີນທາງໄປ ຕາມເສັນທາງ ເລກ 9 ກໍ່ຍັງບໍ່ມີ ທາງການແຂວງ ຄວນຍົກຣະດັບ ດ້ານນີ້ກອ່ນ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.