ກາຊີໂນ ຂ.ບໍ່ແກ້ວ ທາງການລາວ ຍັງກວດກາບໍ່ໄດ້

ຍັງບໍ່ມີ ເຈົ້າໜ້າທີ່ ລາວ ພຽງພໍ ທີ່ເຂົ້າໄປ ປະຕິບັດງານ ໃນເຂດ ກາຊີໂນ ແຂວງບໍ່ແກ້ວ.
ໂພໄຊສວັດ
2010.09.08
F-dorkkham-casino ໂຮງແຮມ ກາຊີໂນ ໃນເຂດ ເສຖກິດພິເສດ ຊື່ງແມ່ນຄົນຈີນ ເປັນຜູ້ດໍາເນີນ ກິຈການທັງໝົດ ຈື່ງມີການ ຮຽກຮ້ອງ ໃຫ້ທາງ ຣັຖບານກາງ ຂອງລາວ ເຂົ້າກວດກາ
RFA

ຫລັງຈາກທີ່ ຣັຖບານລາວ ມີຄຳສັ່ງໃຫ້ ເຈົ້າໜ້າທີ່ ກ່ຽວຂ້ອງ ຂອງລາວ ຈາກຂັ້ນສູງ ແລະ ປະຈຳທ້ອງຖິ່ນ ສົ່ງເຈົ້າໜ້າທີ່ ຈາກຫ້ອງການ ແຂວງໄປ ປະຕິບັດງານ ໃນເຂດ ກາຊີໂນ ຈີນ ແຂວງ ບໍ່ແກ້ວນັ້ນ ບາດນີ້ ກໍພົບວ່າ ບໍ່ມີເຈົ້າໜ້າທີ່ ພຽງພໍເພື່ອ ໄປປະຈຳການ ໂດຍສະເພາະ ເຈົ້າໜ້າທີ່ ຕຳຣວດ ແລະ ເຈົ້າໜ້າທີ່ ກວດຄົນ ເຂົ້າເມືອງ. ເຈົ້າໜ້າທີ່ ຈາກຫ້ອງການ ແຂວງບໍ່ແກ້ວ ເວົ້າກ່ຽວກັບ ເຣື້ອງນີ້ວ່າ:

"ບໍ່ແມ່ນ ບໍ່ມີ ຜູ້ກ້າເຂົ້າ ຖືວ່າຂາດ ບຸຄລາກອນ ພະນັກງານ ຖືວ່າພະນັກງານ ເຮົາມີໜ້ອຍ ວ່າຊັ້ນສ໋າ ວຽກເຂົາມີ ແບ່ງໜ້າທີ່ ຢູ່ໃນຂແນງນຶ່ງ ມີ 2-3 ຄົນ ແລະພວກເຮົາ ບໍ່ສາມາດ ແຍກອອກ ໄປໄດ້ເທື່ອ".

ທ່ານອະທິບາຍ ຕໍ່ໄປວ່າ ໃນເຂດ ກາຊີໂນ ຈີນ ທີ່ກຸ່ມ ບໍລິສັດ ດອກງິ້ວຄຳ ໄດ້ຮັບ ສຳປະທານ ນັ້ນເປັນເຂດ ເສຖກິດ ພິເສດ ຢູ່ພາຍໃຕ້ ການຮັບຜິດຊອບ ຂອງຣັຖບານ ສູນກາງ ນະຄອນຫລວງ ວຽງຈັນ ໂດຍທາງສູນກາງ ມີຫ້ອງການ ເລຂາເຂດ ເສຖກິດພິເສດ ເບິ່ງແຍງ.

ທາງສູນກາງ ຮັບຜິດຊອບ ຈັດສົ່ງ ເຈົ້າໜ້າທີ່ ຈາກສູນກາງ ໄປປະຈຳໃນ ກາຊີໂນ ໂດຍການ ປະສານງານ ແລະ ຂໍຄວາມຮ່ວມມື ກັບທາງການ ແຂວງບໍ່ແກ້ວ ໃຫ້ຊ່ວຍເຫລືອ ຫາກບໍ່ມີ ພະນັກງານ ພຽງພໍ ຊຶ່ງທາງແຂວງ ບໍ່ແກ້ວເອງ ກໍບໍ່ມີ ພະນັກງານ ພຽງພໍເຊັ່ນດຽວ ກັນ ຢູ່ແລ້ວ.

ນອກຈາກນີ້ ກໍຍັງມີ ຂ່າວຊ່າລືວ່າ ພະນັກງານ ແລະເຈົ້າໜ້າທີ່ ທ້ອງຖິ່ນບໍ່ກ້າ ໄປປະຈຳການ ໃນເຂດ ດັ່ງກ່າວ ເພາະເປັນເຂດ ຂອງບໍລິສັດ ທີ່ມີ ອິດທິພົນ ຊາວຈີນ ແລະ ໂຄງການດັ່ງກ່າວ ກໍຢູ່ພາຍໃຕ້ ການຄຸ້ມຄອງ ຂອງ ຣັຖບານ ພາກສ່ວນກາງ ຂອງລາວ ໂດຍມີຂັ້ນ ຄນະປະຊາຊົນ ປະຕິວັດລາວ ເປັນຜູ້ຮັບ ຜິດຊອບ ອີກດ້ວຍ ທັງສອງ ເຫດຜົນນີ້ ຍິ່ງເຮັດໃຫ້ ປະຊາຊົນ ແລະ ເຈົ້າໜ້າທີ່ ລະດັບທ້ອງຖິ່ນ ບໍ່ກ້າເຂົ້າໄປ ປະຕິບັດງານ ເພາະຢ້ານ ອິດທິພົນ ຕ່າງໆ.

ເຖິງຢ່າງໃດ ກໍຕາມ ເຈົ້າໜ້າທີ່ ກໍໄດ້ ປະຕິເສດ ວ່າທັງສອງ ຢ່າງນີ້ ບໍ່ແມ່ນ ເຫດຜົນ ທີ່ແທ້ຈິງ ຊຶ່ງເຫດຜົນ ກໍແມ່ນ ການຂາດ ບຸຄລາກອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.