ຫຼວງພຣະບາງ ເຕືອນປະຊາຊົນ ສະພາບດິນເຈື່ອນ
2010.08.06
ໃນຊ່ວງ ຣະດູຝົນ ນີ້ ໃຫ້ຣະມັດ ຣະວັງ ສະພາບດິນ ເຈື່ອນ ທີ່ອາດຈະ ຕົກໃສ່ບ້ານເຮືອນ ແລະ ເສັ້ນທາງ ຄົມມະນາຄົມ ໄປມາ ເພາະ ໃນປັດຈຸບັນ ປາກົດວ່າ ມີຝົນຕົກ ລິນຢູ່ຕລອດ ແລະ ປາຣິມານ ນ້ຳຝົນ ກໍ່ເພີ້ມຂື້ນ ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງ ທ່ານນື່ງເວົ້າວ່າ:
"ຕອນນີ້ຝົນ ມັນກໍ່ເລີ້ມຕົກ ເປັນປະຈຳ ເລີຍແລະຈະມີ ຊ່ວງມັນຖ້ວມ ພູສຸງ ມັນກໍ່ລົງມາ ລຸລັງທັ່ງເທ ເຮັດໃຫ້ ຖນົນຫົນທາງ ນັ້ນເປື່ອຍໄປ ເຈື່ອນໄປ".
ແຂວງຫລວງພຣະບາງ ມີພື້ນທີ່ ເປັນເຂດ ພູສູງຫລາຍແຫ່ງ ດັ່ງນັ້ນ ໃນຊ່ວງທີ່ມີ ຝົນຕົກຫນັກ ນອກຈາກ ຈະເກີດນ້ຳຖ້ວມ ບ້ານເຮືອນ ປະຊາຊົນ ແລະ ໄຮ່ນາຕາກ້າ ໃນພື້ນທີ່ຕ່ຳ ຈາກນ້ຳຂອງ ຫລົ້ນຝັ່ງແລ້ວ ໃນພື້ນທີ່ສຸງ ກໍ່ຈະມີ ບັນຫາ ກ່ຽວກັບ ດິນພູເຈື່ອນ ນຳອີກ. ເຫດການ ດັ່ງກ່າວ ສ່ວນໃຫຍ່ ມັກເກີດຂື້ນ ຫລັງຈາກເຫດ ລົມພະຍຸ ແລະ ຝົນຕົກຫນັກ ຢ່າງຕໍ່ເນື່ອງ ເປັນອັນຕຣາຍ ຕໍ່ຊີວິດ ແລະ ຊັພສິນຂອງ ປະຊາຊົນ.
ກົມອຸຕຸນິຍົມ ວິທຍາ ຈື່ງໄດ້ ຕັກເຕືອນ ປະຊາຊົນ ໃນເຂດເມືອງ ທີ່ມີພູສຸງ ແລະ ຫມູ່ບ້ານຊຸມຊົນ ຜູ້ທີ່ອາສັຍ ຢູ່ພື້ນທີ່ຕ່ຳ ຕາມແຄມນ້ຳ ແລະ ຫ້ວຍຫນອງ ຄອງບຶງ ໃຫ້ຣະມັດຣະວັງ ພັຍພິບັດ ດັ່ງກ່າວ. ພ້ອມດຽວກັນ ປະຊາຊົນ ຜູ້ທີ່ເດີນ ທາງໄປມາ ຕາມເສັ້ນທາງ ຫລວງ ຕາມຮ່ອມພູ ກໍ່ໃຫ້ ຣະມັດຣະວັງ ດິນເຈື່ອນ ທີ່ອາດຈະເກີດ ຂື້ນຕາມທ້ອງ ຖນົນຫລວງ ໃນຊ່ວງ ຣະດູຝົນ ຊື່ງ ໃນປັດຈຸບັນ ທາງການຍັງ ບໍ່ມີຣະບົດ ເຕືອນພັຍ ທີ່ແນ່ນອນ ກ່ຽວກັບເຣື້ອງນີ້ ໃນການສັນຈອນ ໄປມາ.