ລາວ ສັ່ງຫ້າມປະຊາຊົນ ບໍ່ໃຫ້ໄປໄທຽ
2010.03.23
ບັນຫາຄວາມວຸ້ນວາຍ ທາງກາຣເມືອງ ໃນໄທຽ ໂດຽມີກຸ່ມເສື້ອແດງ ຍັງດຳເນີນກາຣ ປະທ້ວງຣັຖບາລ ທີ່ໄດ້ເຣີ່ມແຕ່ມື້ ວັນທີ່ 14 ມີນາ ເປັນຕົ້ນມານັ້ນ ທາງກາຣ ສປປລາວ ກໍໄດ້ປະກາສ ຫ້າມບໍ່ໃຫ້ ປະຊາຊົນລາວ ຂ້າມຊາຍແດນໄປ ຝັ່ງໄທຽ ຕາມຈຸດຜ່ອນປົນ ຕ່າງໆໂດຽເດັດຂາດ ແລະໃນເມື່ອມີ ຄວາມຈຳເປັນ ເຊັ່ນວ່າ ໄປຮັບກາຣປິ່ນປົວ ທີ່ໂຮງພຍາບາລ ນັ້ນ ກໍຕ້ອງໃຫ້ຜ່ານດ່ານ ຖາວອນ ແລະປະຕິບັຕ ຕາມກົດຣະບຽບ ຂອງດ່ານກວດ ຄົນເຂົ້າເມືອງ. ກາຣປະກາສຫ້າມ ດັ່ງກ່າວ ກໍບໍ່ມີກຳໜົດ ວ່າຈະຍົກເລີກ ໃນເມື່ອໃດກັນແທ້ ແຕ່ຄາດວ່າຄົງ ຈະປະຕິບັຕ ຕໍ່ໄປຈົນກວ່າ ສະພາວະທາງກາຣເມືອງ ໃນໄທຽ ຖືກແກ້ໄຂແລະ ກັບຄືນສູ່ ສະພາບ ປົກກະຕິ ເສັຽກ່ອນ.
ໃນຂະນະດຽວ ກັນນີ້ ເຈົ້າໜ້າທີ່ຫໍກາຣຄ້າ ແຂວງຊຽງຮາຍ ກໍວ່າ ໄດ້ຮັບຜົລກະທົບ ເຊັ່ນກັນ ເພາະຕາມ ປົກກະຕິແລ້ວ ຈະມີເຮືອຈາກ ຝັ່ງລາວຂ້າມມາ ຮັບເອົາສິນຄ້າ ໃນແຕ່ລະມື້ ຢ່າງຫລວງຫລາຍ ແລະໃນເມື່ອເຮືອລາວ ຂ້າມບໍ່ໄດ້ ກໍຕ້ອງໄດ້ ຂົນສິນຄ້າໄປຍັງ ຝັ່ງລາວເອງ ເປັນກາຣ ເພີ່ມທາງຕົ້ນທຶນ ຕື່ມອີກ.
ເຈົ້າໜ້າທີ່ຫໍ ກາຣຄ້າໄທຽ ດັ່ງກ່າວ ໄດ້ແຈ້ງເພີ່ມວ່າ ສະເພາະກາຣ ສົ່ງສິນຄ້າຣາຍໃຫຍ່ ຈາກເມືອງຊຽງຂອງ ໄປຍັງເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ ໂດຍຜ່ານທາງ ຫລວງສາຍ R3a ໄປເຖິງພາຄໃຕ້ ຂອງປະເທສຈີນ ນັ້ນ ຍັງບໍ່ຖືວ່າເປັນ ບັນຫາແຕ່ຢ່າງໃດ ເພາະຍັງມີກາຣ ປະຕິບັຕກັນ ຢູ່ຄືເກົ່າ ໂດຽຍັງມີກາຣ ໃຊ້ເຮືອແພ ຕ່າງຣົຖບັນທຸກ ສິນຄ້າຈາກໄທຽ ໄປລາວທີ່ຕ້ອງໄດ້ ອາສັຍແຮງງານ ຄົນໄທຽຢູ່ຄືເກົ່າ.