ກາຊີໂນ ສາມຫລ່ຽມຄຳ

ສປປລາວ ຈະເປີດ ກາຊີໂນໃຫຍ່ ຢູ່ເຂດ ສາມຫລ່ຽມຄຳ ໃນເດືອນ ກັນຍາ ນີ້.
ໂພໄຊສວັດ
2009.06.26

ນັກລົງທຶນຈີນ ກຳລັງຈະເປີດ ແຫລ່ງບໍຣິການ ທ່ອງທ່ຽວ ແບບຄົບວົງຈອນ ໃນແຂວງບໍ່ແກ້ວ ຂອງລາວໃນເດືອນ ກັນຍາ ນີ້. ໃນຂະນະ ດຽວກັນ ທາງການແຂວງ ກໍໄດ້ເຊື້ອເຊີນ ນັກລົງທຶນຈາກ ໄທ ເຂົ້າມາລົງທຶນ ໃນກິຈການ ທີ່ເຫັນວ່າມີ ຄວາມກ້າວໜ້າຕ່າງໆ ເພື່ອລໍຮັບ ຂົວມິຕພາບ ຂ້າມແມ່ນ້ຳຂອງ ແຫ່ງທີ4 ຊຶ່ງຈະເຊື່ອມຕໍ່ ຫ້ວຍຊາຍ ຊຽງຂອງ ທີ່ຄາດວ່າຈະ ເລີ້ມລົງມືກໍ່ສ້າງ ໃນທ້າຍປີນີ້.

ສະຖານບໍຣິການ ທ່ອງທ່ຽວ ຂນາດໃຫຍ່ໃນເຂດ ເມືອງຕົ້ນເຜີ້ງ ປະກອບດ້ວຍ ບ່ອນຫລິ້ນ ກາຊີໂນທີ່ ໂອ່ໂຖງຫລູຫລາ ພ້ອມກັບໂຮງແຮມ ແລະ ຣີສອດຣະດັບ 5ດາວ ກັບສູນການຄ້າ ແບບຄົບວົງຈອນ. ສະຖານທີ່ນີ້ ຈະເປັນ ກາຊີໂນ ແຫ່ງທຳອິດ ຕາມເຂດຊາຍແດນ ຕິດກັບໄທ ແລະພະມ່າ ທາງພາກຕາເວັນຕົກ ສ່ຽງເໜືອ ຂອງປະເທດ.

ຮອງເຈົ້າແຂວງ ບໍ່ແກ້ວ ເປີດເຜີຍເຣື້ອງນີ້ ກັບສະມາຄົມ ລາວ-ໄທ ເພື່ອມິຕພາບ ໃນກອງປະຊຸມ ມື້ວັນທີ23 ມິຖຸນາ ຜ່ານມາວ່າ ເມືອງຫ້ວຍຊາຍ ເປັນເມືອງເອກ ຂອງແຂວງ ໃນປັດຈຸບັນ ເປັນໜ້າດ່ານສູ່ ຖນົນR3a ຊຶ່ງມີຈຸດເລີ້ມ ຕົ້ນຈາກ ເມືອງຊຽງຂອງ ແຂວງຊຽງຣາຍ ໃນໄທ ຕໍ່ໄປຫາມົນທົນ ສິບສອງປັນນາ ແລະ ມົນທົນ ຍຸນນານ ຂອງຈີນ.

ປັດຈຸບັນນີ້ ເມືອງໜ້າດ່ານ ແຫ່ງນີ້ປ່ຽນແປງ ໄປຢ່າງວ່ອງໄວ ໃນຂະນະທີ່ ທຸກຝ່າຍກຳລັງ ລໍຖ້າຂົວຂ້າມ ແມ່ນ້ຳຂອງ ແຫ່ງທີ4. ຂົວດັ່ງກ່າວຈະ ເປັນດ່ານສຸດທ້າຍ ເຊື່ອມຕໍ່ບາງກອກ ກັບຂຸນມິງ ທາງພາກໃຕ້ຂອງ ຈີນ.

ທ່ານຮອງເຈົ້າແຂວງ ບໍ່ແກ້ວ ກ່າວໃນຕອນທ້າຍ ວ່າໃນຂະນະທີ່ ນັກລົງທຶນຈາກ ຫລາຍປະເທດ ເຂົ້າມາລົງທຶນ ໂດຍສະເພາະຈາກ ຈີນ ແຕ່ທີ່ຜ່ານມາ ນັກລົງທຶນ ຈາກໄທ ຍັງມີໜ້ອຍຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.