ການທ່ອງທ່ຽວລາວ ຈະສ້າງ ບ່ອນແວ່ພັກ ຕາມເສັ້ນ ທາງສາຍ R3A
2009.02.17
ທ່ານ ທວີເພັດ ອຸຣາ ຮອງອະທິບໍດິ ແຜນການແລະການ ຮ່ວມມືດ້ານການທ່ອງທ່ຽວ ອົງການທ່ອງທ່ຽວ ແຫ່ງຊາດລາວໃຫ້ ການວ່າ ນັບແຕ່ເສັ້ນທາງ R3A ເປີດໄຊ້ເປັນທາງການ ຈາກຂຸນມີງຫາ ຊຽງໄຮ ວ່າງເດືອນສີງຫາ ທີ່ຜ່ານມາປາກົດວ່າ ມີນັກທ່ອງທ່ຽວ ເລີ້ມໄຊ້ເສັ້ນທາງ ສາຍນີ້ນັບມື້ ນັບຫລາຍຂື້ນສຳລັບ ພາກສ່ວນຂອງລາວ ທີ່ມີຣະຍະທາງ ຍາວໃກທາງການລາວ ກໍ່ມີແຜນການທີ່ ຈະສ້າງຈຸດແວ່ພັກ ຕາມຖນົນສາຍນີ້ ຫລາຍຈຸດເພື່ອຮອງຮັບ ນັກທ່ອງທ່ຽວດັ່ງ ທ່ານກ່າວໃນຕອນນື່ງວ່າ----
ເຮົາຈະສ້າງອັນທີນື່ງມີຄື stop services ຫລາຍໆອັນມັນ ຈະມີປ້ຳນ້ຳມັນມີຮ້ານອາ ຫານຮ້ານ souvernir ຫຍັງຕ່າງໆຕາມທາງ ເປັນstop service ໃຫຍ່ໆຈະສ້າງ ຕົວນັ້ນຂື້ນມາ ຖ້າປາສຈາກຕົວ ນີ້ແລ້ວນັກທ່ອງທ່ຽວ ເຂົາຈະບໍ່ຢຸດ ເຂົາຈະໄປເລີຍ.
ທ່ານວ່າ ແຜນການດັ່ງກ່າວ ແມ່ນເພື່ອສ້າງລາຍໄດ້ ໃຫ້ແກ່ປະຊາຊົນ ທ້ອງຖີ່ນຫລືນັກ ທຸຣະກິດໂດຍທົ່ວໄປ ຜູ້ທີ່ຢາກລົງທືນ ໃນດ້ານນີ້ແລະ ໃນເວລາດຽວກັນ ກໍ່ເປັນການຍົກ ຣະດັບການທ່ອງທ່ຽວ ຕາມເສັ້ນທາງສາຍ ນີ້ເພາະນັກທ່ອງທ່ຽວ ຈະສາມາດສຳພັດ ທັມມະຊາດແລະ ທິວທັດອັນສວຍງາມ ໃນລາວຈາກການ ແວ່ພັກຊົ່ວຄາວ ໃນແຕ່ລະຄັ້ງ. ໃນສຖານທີ່ພັກ ແວ່ພັກຊົ່ວຄາວນັ້ນ ກໍ່ຈະມີຫ້ອງ ນ້ຳທີ່ສອາດ ຮ້ານອາຫານເພື່ອບໍຣີການ ປ້ຳນ້ຳມັນແລະຮ້ານຂາຍ ເຄືອງທີ່ລະລືກ ຈາກຊົນເຜົ່າພື້ນເມືອງ ໃນລາວນຳອີກ
ທ່ານກ່າວກ່ຽວກັບ ທືນຮອນທີ່ ຈະມາສ້າງສາວ່າ--
ກໍ່ມີທືນຂອງ ຣັຖບານສ່ວນນື່ງ ແລະກໍ່ທືນຊ່ອຍເຫລືອ ຈາກຕ່າງປະເທດ ຈະມີໂຄງການຂອງ ADB ແລະກໍ່ມີການ ລົງທືນຂອງຕ່າງ ປະເທດດ້ວຍ.
ຖນົນ R3A ເປັນເສັ້ນທາງສາຍ ສຳຄັນສຳລັບ ການຄ້າແລະ ການທ່ອງທ່ຽວ
ໃນການເຊື່ອມໂຍງ ຣະຫວ່າງ3ປະເທດ ໄທລາວຈີນ ພາກສ່ວນຂອງລາວ ກໍ່ຈະມີແຂວງ ບໍແກ້ວແລະ ຫລວງນ້ຳທາ ທີ່ມີຣະຍະ ທາງຍາວຫລາຍຮ້ອຍ ກິໂລແມດ ກອ່ນຈະໄປຮອດຈີນ ທີ່ຈະສ້າງລາຍໄດ້ ໃຫ້ແກ່ລາວຖ້າມີ ແຜນການພທັນາ ທີ່ດີໂດຍສະເພາະ ການສ້າງຈຸດແວ່ພັກ ການບໍຣີການ ແບບຄົບວົງຈອນ ໂຮງແຮມບ້ານ ພັກແລະອື່ນໆ.