ຫລວງພະບາງ ເມືອງທ່ອງທ່ຽວ ອັນດັບນຶ່ງໃນໂລກ

ຫລວງພະບາງ ເມືອງ ມໍຣະດົກໂລກ ຖືກຈັດ ໃຫ້ເປັນເມືອງ ທີ່ໜ້າທ່ອງທ່ຽວ ອັນດັບນື່ງ ຈາກ ນິຕຍະສານ Wanderlust Travel.
ສົມເນ
2010.02.19

ຫລວງພະບາງ ເມືອງ ມໍຣະດົກໂລກ ຖືກຈັດ ໃຫ້ເປັນເມືອງ ທີ່ໜ້າທ່ອງທ່ຽວ ອັນດັບນື່ງ ອີກເທື່ອໃໝ່ ໃນປີ 2010 ນີ້ ຈາກນິຕຍະສານ Wanderlust Travel ຂອງ ປະເທດອັງກິດ ຫລັງຈາກ ປີທີ່ແລ້ວນີ້ ຕົກຢູ່ໃນ ອັນດັບທີ 7 ດັ່ງເຈົ້າໜ້າທີ່ ຫ້ອງການ ທ່ອງທ່ຽວແຫ່ງຊາດ ຂອງລາວ ທ່ານນື່ງໄດ້ກ່າວ:

"ແມ່ນແຫລະ ເພາະວ່າເຮົາ ກໍໄດ້ມາ 3-4 ເທື່ອນີ້ ແລ້ວເນາະ 4 ຄັ້ງໃນປີ 2006 2007 2008 ແລະປີ 2010. ປີທີ່ແລ້ວນີ້ ພວກເຮົາໄດ້ ອັນດັບທີ 7 ໄດ້ຍ້ອນຫຍັງ ກໍອາດຈະເປັນ ຍ້ອນການ ຜສົມຜສານ ລະຫ່ວາງວັທນະທັມ ແລະ ສະພາບແວດລ້ອມ ຢູ່ເມືອງ ຫລວງພະບາງເອງ".

ໃນປີ 2010 ນີ້ ເມືອງ ຫລວງພະບາງ ໄດ້ຮັບການ ລົງຄະແນນສຽງ ໃຫ້ເປັນເມືອງ ທ່ອງທ່ຽວ ອັນດັບທີນື່ງ ດ້ວຍຄະແນນ 94.74% ຕິດຕາມດ້ວຍ ເມືອງ Siena ຂອງປະເທດ ອີຕາລີ ໄດ້ຮັບຄະແນນ 94.67% ແລະເມືອງ ເບີລິນ ຂອງປະເທດ ເຢັຽຣະມັນ ໄດ້ຮັບຄະແນນ 94.15%. ການລົງ ຄະແນນສຽງ ແມ່ນຈາກຜູ້ອ່ານ ນິຕຍະສານ ທີ່ເຄີຽໄປ ທ່ອງທ່ຽວ ໃນເມືອງ ຫລວງພະບາງ. ຜູ້ອ່ານນິຕຍະສານ ຄົນນື່ງທີ່ລົງ ຄະແນນສຽງນັ້ນ ໃຫ້ຄໍາເຫັນວ່າ ເມືອງຫລວງພະບາງ ເປັນເມືອງ ທີ່ເຮັດໃຫ້ ຜູ້ຄົນມາ ຢ້ຽມຢາມ ມີຄວາມຮູ້ສືກວ່າ ເປັນບ້ານເຮືອນ. ຜູ້ອ່ານນິຕຍະສານ ອີກຄົນນື່ງ ໃຫ້ຄໍາເຫັນວ່າ ພາຍໃຕ້ຮົ່ມເງົາ ຂອງ ພຣະພຸທສາສນາ ແລະ ທັສນີຍະພາບ ແມ່ນໍ້າຂອງ ຢູ່ເບື້ອງໜ້າ ເຮັດໃຫ້ຜູ້ຄົນ ດໍາເນີນຊີວິດ ໄປຢ່າງຊ້າໆ ແລະ ຜ່ອນຄາຍ ຄວາມຕືງຄຽດ ດ້ວຍສິ່ງແວດລ້ອມ ອ້ອມໆຕົວ.

ຕາມລາຍງານ ຈາກນິຕຍະສານ Wunderlast Travel. ໃນແຕ່ລະປີ ນັກທ່ອງທ່ຽວ ຈາກຕ່າງປະເທດ ທີ່ເດີນທາງ ມາຢ້ຽມຢາມ ເມືອງຫລວງພະບາງ ນອກຈາກ ຈະຊື່ນຊົມ ຍິນດີກັບ ຄຸນນະພາບ ທັມມະຊາດ ຂອງ ເມືອງນີ້ແລ້ວ ຍັງພາກັນ ສະແດງຄວາມ ເປັນຫ່ວງຢ້ານວ່າ ເມືອງເກົ່າແກ່ ແຫ່ງນີ້ ຈະສູນເສັຽ ເອກກະລັກ ຂອງເມືອງ ປະຫວັດສາດ ໄປຍ້ອນ ການພັທນາ ໃນຕົວເມືອງ ຫລາຍໂພດ. ທາງການທ່ອງທ່ຽວ ຂອງລາວກໍມີ ຈຸດປະສົງ ຢາກຈະໃຫ້ ເອກກະລັກ ຂອງເມືອງນີ້ ຄົງຕົວ ໂດຍສະເພາະ ຮີດຄອງປະເພນີ ຂອງທ້ອງຖິ່ນ:

"ການເຂື່ອນໃຫວ ຢ່າງເປັນປະຈໍາ ການນຸ່ງຖື ຂອງ ປະຊາຊົນລາວ ແລະ ພຣະສົງ ສັມມະເນນ ກໍຍັງ ປະຕິບັດກິດ ຂອງສົງໄດ້ດີ ອັນອື່ນ ເຊັ່ນວ່າ ຣະບຽບຜນັງ ເມືອງ ການປຸກສ້າງ ການຄວບຄຸມພິດ ສະພາບແວດລ້ອມ ຢູ່ໃນ ເທສບານ ເມືອງນີ້ ແມ່ນເຮັດໄປ ພ້ອມໆກັນ.

ໃນປີນີ້ ອົງການທ່ອງທ່ຽວ ຂອງລາວຄາດວ່າ ຈະມີການ ສລອງລາງວັນ ທີ່ນື່ງ ທີ່ເມືອງ ຫລວງພະບາງ ໄດ້ຮັບ ພ້ອມໆກັບ ການສລອງ ປີໃໝ່ລາວ ໃນເດືອນ ເມສາ
ທີ່ຈະມາ ເຖິງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 08, 2013 06:37 AM

ຫລວງພະບາງ ງາມຫລາຍ ໄປມາສອງເທື່ອ

http://www.ຫລວງພະບາງ.blogspot.com


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]