ສຖານທີ່ບັນເທີງ discotheque ຢູ່ຫລວງພຣະບາງ ເປີດໄດ້
2009.08.05
ຫລັງຈາກທີ່ທາງກົມ ວັທນະທັມມະຫາຊົນ ກະຊວງຖແລງຂ່າວ ແລະວັທນະທັມ ໄດ້ອອກປະກາດ ໃຫ້ສຖານບັນເທີງ ດິສໂກເທັກ ຕ່າງໆ ໃນທຸກເຂດແຂວງ ທົ່ວປະເທດລາວ ໃຫ້ບໍຣິການ ໂດຍສອດຄ່ອງກັບ ວັທນະທັມຂອງລາວນັ້ນ ທາງແຂວງຫລວງພຣະບາງ ກໍໃຫ້ ດິສໂກເຕັກ ພາຍໃນແຂວງຂອງຕົນ ເປີດໃຫ້ບໍຣິການ ແຂກຄົນຕາມຫລັກ ປະເພນີແບບລາວລາວ ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ຫ້ອງການ ມໍຣະດົກໂລກ ແຂວງຫລວງພະບາງ:
"ຢູ່ໃນຣະບຽບນັ້ນ ກໍບໍ່ໄດ້ຫ້າມ ເລື່ອງເປີດດິສໂກເຕັກ ກໍຕ້ອງເຮັດໃຫ້ ມັນຖືກຫລັກການ ແລະຮີດຄອງປະເພນີ ຂອງລາວ ມັນເປັນລັກສນະແນວນັ້ນ."
ເຈົ້າໜ້າທີ່ລາວ ກ່າວຕໍ່ໄປວ່າ ກົດຣະບຽບທີ່ທາງ ຣັຖບານໄດ້ອອກໄປນັ້ນ ເປັນກົດຣະບຽບ ທົ່ວໄປຊຶ່ງສໍາລັບ ຫລວງພຣະບາງ ເມືອງມໍຣະດົກໂລກ ແຫ່ງທໍາອິດ ຂອງລາວ ກໍຈະຕ້ອງໄດ້ອີງໃສ່ ຣະບຽບການຂອງ ມໍຣະດົກ ຫລວງພຣະບາງ ເຊັ່ນດຽວກັນ.
ໃນນັ້ນຈະບໍ່ມີການ ໃຫ້ເປີດເພງຕ່າງ ປະເທດຫລາຍ ຖ້າສຖານບັນເທີງ ແຫ່ງໃດບໍ່ປະຕິບັດ ຕາມກົດຣະບຽບນັ້ນ ຈະຕ້ອງຖືກປັບໃໝ ໄປຈົນເຖິງໃຫ້ປິດ ກິຈການເລີຍ ກໍເປັນໄປໄດ້.
ສ່ວນເລື່ອງທີ່ວ່າມີ ການໃຊ້ສຖານບັນເທີງ ເປັນແຫລ່ງມົ້ວສຸມ ຂອງກຸ່ມໄວຫນຸ່ມສາວນັ້ນ ເຈົ້າໜ້າທີ່ລາວ ໃຫ້ຄໍາຄິດເຫັນວ່າ:
"ອັນນີ້ມັນກໍເວົ້າບໍ່ໄດ້ ມັນກໍມີສ່ວນນຶ່ງ ທີ່ທາງເຈົ້າໜ້າທີ່ ພວກເຮົາກວດບໍ່ທົ່ວເຖິງ ບາງບ່ອນ ມັນເປັນເວລາ ເຂົາເຈົ້າກໍມີ ການມົ້ວສຸມ ກ່ຽວກັບການ ກິນເຫລົ້າເມົາຢາ ຫຍັງຕ່າງໆນີ້ແຫລະ."
ການປັບປ່ຽນກົດຣະບຽບ ສໍາລັບສຖານທີ່ບັນເທີງ ເພື່ອຫລຸດຜ່ອນບັນຫາ ທີ່ເກີດຂຶ້ນກັບຄົນ ໄວຫນຸ່ມສາວຊາວລາວ ໂດຍສະເພາະເລື່ອງ ຄວາມກຽດຄ້ານ ບໍ່ຢາກໄປ ເຮັດວຽກງານ ໃນວັນຕໍ່ມານັ້ນ ສົ່ງຜົລເສັຽຕໍ່ ໜ້າທີ່ການງານ ເສຖກິດ ພາຍໃນຄອບຄົວ ກໍຈະມີບັນຫາ ຖ້າຫາກວ່າຄົນ ໄວຫນຸ່ມສາວ ອອກໄປໃຊ້ສຖານທີ່ ບໍຣິການນັ້ນ ຢູ່ເລື້ອຍ. ນອກຈາກນັ້ນແລ້ວ ຍັງຈະຊ່ວຍຫລຸດຜ່ອນ ບັນຫາການຜິດຖຽງກັນ ທີ່ມີສາເຫດມາຈາກ ການດື່ມສີ່ງຂອງມືນເມົາ ຕ່າງໆນໍາດ້ວຍ.