ເມືອງທ່າແຂກປັບປຸງ ບ່ອນທ່ອງທ່ຽວ
2010.08.31
ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ເລີ້ມປັບປຸງ ແຫ່ລງທ່ອງທ່ຽວ ຕ່າງໆ ໃຫ້ດີຂື້ນ ໂດຍສະເພາະ ປັບປຸງຖນົນ ໄປຫາບ່ອນ ທ່ອງທ່ຽວ ທັມມະຊາດ ເພື່ອໃຫ້ເດີນ ທາງໄປໄດ້ ທຸກລະດູການ.
ໄດ້ຫລາຍປີ ມາແລ້ວທີ່ ເມືອງທ່າແຂກ ໄດ້ວາງແຜນ ວ່າຈະປັບປຸງ ຖນົນຫົນທາງ ໄປຍັງແຫ່ລງ ທ່ອງທ່ຽວ ທັມມະຊາດ ແຕ່ເທົ້າປານນີ້ ກໍຍັງບໍ່ສາມາດ ເຮັດໄດ້ເທື່ອ ຍ້ອນຂາດເຂີນ ງົບປະມານ. ແຕ່ວ່າຫລັງຈາກ ຣັຖບານໄດ້ ປະກາດເອົາ ເມືອງທ່າແຂກ ເປັນເມືອງທ່ອງທ່ຽວ ເຈົ້າໜ້າທີ່ວ່າ ມັນມີຄວາມ ຈໍາເປັນຕ້ອງ ໄດ້ປັບປຸງ ເສັ້ນທາງ ແລະສະຖານທີ່ ທ່ອງທ່ຽວ ໃຫ້ດີກ່ວາເກົ່າ ເພື່ອດືງດູດເອົາ ນັກທ່ອງທ່ຽວ ເຂົ້າມາທ່ຽວໃຫ້ຫລາຍ:
"ເມືອງທ່າແຂກເຮົາ ກໍປະກາດແລ້ວ ເປັນເມືອງທ່ອງທ່ຽວ ທັມມະດາ ເຮົາກໍໄດ້ປັບປຸງ ປະຕິສັງຂອນ ບັນດາແຫ່ລງ ທ່ອງທ່ຽວຕ່າງໆ ທີ່ເປັນ ທັມມະຊາດ ຂອງງພູທິດ ສະຖານ ເຮົາກໍໄດ້ ປັບປຸງຄືນ ໃໝ່ບາງອັນ ແຕ່ລະດູນີ້ ເຣົາກໍຍັງ ບໍ່ຄ່ອຍໄດ້ ປັບປຸງປານໃດ ກໍພໍດີ ລະດູຝົນ ການປັບປຸງ ບາງອັນກໍບໍ່ ສະດວກປານໃດ".
ແຫລ່ງທ່ອງທ່ຽວ ຢູ່ໃນເມືອງ ທ່າແຂກ ກໍມີ ຂຸນໂດນ ທາດເມືອງພອນ ຖໍ້າພະຈັນ ຖໍ້ານາງແອ່ນ ຖໍ້າເມືອງເກົ່າ. ຖນົນຫົນທາງ ໄປແຫ່ລງທ່ອງທ່ຽວ ທີ່ເປັນຖໍ້ານີ້
ໂດຍມາກໄປໄດ້ແຕ່ລະດູ ແລ້ງເທົ່ານັ້ນ. ທາງການທ່ອງທ່ຽວເມືອງທ່າແຂກຄາດວ່າ ຫລັງຈາກປັບປຸງຖນົນ ແລະສະຖານທີ່ ອໍານວຍ ຄວາມສະດວກ ແລະ ສະຖານທີ່ ທ່ອງທ່ຽວແລ້ວ ຈະມີນັກ ທ່ອງທ່ຽວ ເຂົ້າມາ ທ່ຽວເພີ້ມຂື້ນ:
"ຄັ້ນວ່າຄົນ ຈະມາທ່ອງທ່ຽວ ເຮົາກໍຕ້ອງ ຄໍານຶງເຖິງ ປະເດັນຫລັກ ແມ່ນບ່ອນໃ ຫ້ເຂົາເຈົ້າທ່ຽວ ກໍຕ້ອງຕິດພັນ ກ່ຽວກັບເຣື້ອງ ຄວາມສະອາດ ສະດວກ ແລະ ປອດໄພ".
ສິ່ງອໍານວຍ ຄວາມສະດວກ ທີ່ນັກທ່ອງທ່ຽວ ຕ້ອງການນັ້ນ ນອກຈາກຮ້ານ ອາຫານ ແລະກິນດື່ມແລ້ວ ຍັງມີ ຮ້ານຂາຍເຄື່ອງ ທີ່ລະລືກ ເຄື່ອງພື້ນເມືອງ. ນອກນັ້ນ ເຣື້ອງຄວາມປອດໄພ ແລະຄວາມສະອາດ ໂດຍສະເພາະ ສ້ວມໄປໜັກໄປເບົາ ກໍຄວນມີໄວ້.