ການຈັດສັນເມືອງຈັນທະບູຣີ ເພື່ອຮອງຮັບກິລາຊີເກມສ໌
2009.12.10

ເຖິງແມ່ນວ່າງານມະຫະກັມກິລາຊີເກມສ໌ ຄັ້ງທີ່ 25 ທີ່ລາວເປັນເຈົ້າພາບ ເປີດຂຶ້ນຢ່າງເປັນທາງກາຣ ໃນມື້ວັນພຸດທີ່ 9 ທັນວາ ນີ້ແລ້ວກໍຕາມ ແຕ່ດ້ານກາຣຈັດສັນ ເພື່ອຄວາມເປັນຣະບຽບ ແລະກາຣຮັກສາ ຄວາມສະອາດໂດຽທົ່ວໄປ ໃນເຂຕນະຄອນຫລວງວຽງຈັນ ຍັງບໍ່ທັນສາມາດ ປະຕິບັຕໄດ້ຕາມເປົ້າໝາຍ ໂດຽສະເພາະ ໃນເມືອງຈັນທະບູຣີ ທີ່ປະກົດເຫັນມີ ຄົນພະເນຈອນ ຫລືຄົນເສັຽສະຕິ ຢ່າງເລາະໄປມາເປັນປະຈຳ ແລະ ກໍບໍ່ມີພາຄສ່ວນໃດ ຮັບຜິດຊອບ.
ບັນຫາດັ່ງກ່າວ ເຮັດໃຫ້ປະຊາຊົນ ແລະຄນະຜູ້ນຳປະຈຳເຂຕ ເຊັ່ນເຂຕບ້ານຂົວຫລວງ ແລະບ້ານຮ່ອງຄ້າ ຊຶ່ງຢູ່ໃຈກາງເທສບາລ ນະຄອນຫລວງວຽງຈັນ ມີຄວາມເປັນຫ່ວງນຳສະພາບ ທີ່ມີຄົນຊັດເຊ ພະເນຈອນ ແລະ ຄົນເສັຽສະຕິຈຳນວນໜຶ່ງ ມັກຍ່າງເລາະໄປມາ ຕາມຖນົນຫົນທາງ ໂດຽສະເພາະ ຕາມບໍຣິເວນ ຢູ່ຕໍ່ໜ້າເຮືອນເປົ່າຫວ່າງ ກໍເລີຍຖືກໃຊ້ ເປັນບ່ອນພັກເຊົາ ພ້ອມກັບມີສິ່ງເສດເຫລືອ ທັງຂີ້ເຫຍື້ອຖິ້ມກອງໄວ້ ຕາມຈຸດຕ່າງໆ ຈຶ່ງສ້າງຄວາມເປິເປື້ອນ ກາຍເປັນຈຸດທີ່ ບໍ່ງາມຕາເວລາ ສັນຈອນໄປມາ.
ສະນັ້ນປະຊາຊົນ ທ້ອງຖິ່ນຈຶ່ງຢາກໃຫ້ ທາງອຳນາຈກາຣປົກຄອງ ໄດ້ຮ່ວມມືກັບ ພາຄສ່ວນຕ່າງໆເຊັ່ນ ແຜນກແຮງງານ ແລະສວັສດີກາຣສັງຄົມ ເພື່ອຫາວິທີທາງແກ້ໄຂ ດ້ວຍກາຣຈັດສ້າງສູນ ຮອງຮັບ ໃຫ້ກາຣບຳບັຕ ແລະປິ່ນປົວເຂົາເຈົ້າ ທັ້ງດ້ານຈິຕໃຈ ແລະສຸຂພາບ ໃຫ້ສົມກັບເປົ້າໝາຍຂອງ 6 “ສ” ໂດຽສະເພາະ “ສ” ສະອາດທີ່ທາງກາຣລາວ ວາງໄວ້ໃນກາຣຕຣຽມ ເປັນເຈົ້າພາບກາຣແຂ່ງຂັນ ກິລາຊີເກມສ໌ ທີ່ລາວເປັນເຈົ້າພາບ ເທື່ອທຳອິດນີ້ນັ້ນ.