ປີໃໝ່ລາວ ທີ່ແຂວງຈໍາປາສັກ

ແຂວງຈໍາປາສັກ ຈັດງານສລອງ ບຸນປີໃໝ່ລາວ ໂດຍເນັ້ນໃສ່ ຄວາມສັມພັນ ກັບປະເທດ ເພື່ອນບ້ານ.
ໂພໄຊສວັດ
2010.04.09

ແຂວງຈຳປາສັກ ຕຣຽມສລອງ ບຸນປີໃໝ່ລາວ ໃນມື້ວັນສຸກທີ 9 ເມສາ 2010 ນີ້ໂດຍຈະມີ ແຂກຕ່າງ ປະເທດຈາກ ກຳພູຊາດ ໄທ ແລະ ວຽດນາມເຂົ້າຮ່ວມ. ນອກຈາກນີ້ກິຈກັມ ຕ່າງໆໃນງານບຸນ ກໍຈະເນັ້ນໃສ່ ຄວາມສຳພັນ ອັນດີງາມ ກັບປະເທດເພື່ອນບ້ານ. ທ່ານ ຄຳພົນ ໂຣດແສງສີ ຫົວໜ້າຫ້ອງການ ທ່ອງທ່ຽວ ແຂວງຈຳປາສັກ ເວົ້າກ່ຽວກັບ ເຣື້ອງນີ້ວ່າ:

"ຈຳປາສັກ ປີໃໝ່ລາວນີ້ ຈະເລີ້ມຕົ້ນແຕ່ວັນທີ 9 ນີ້ ທີ 9 ນີ້ຢູ່ປາກເຊນີ ເພິ່ນໄດ້ເປີດການ ທ່ອງທ່ຽວ ຮວມໄດ້ເຊີນເອົາ ແຂວງອຸບົນ ເຊີນເອົາທາງ ວຽດນາມ ເຊີນເອົາ ທາງປະເທດ ພັທນາເສຖກິດ ນີ້ໜາ ກຳປູເຈັຍ ລາວ ວຽດນາມ ນີ້ເຂົ້າມາຮ່ວມ ເປີດພິທີ ຢູ່ທີ່ຄອນ ພະເພັງ".

ທ່ານເວົ້າຕື່ມວ່າ ສຳລັບກິຈກັມ ທີ່ສຳຄັນຄື ໃນວັນທີ 13 ຈະມີການຄັດເລືອກ ທິດາຈຳປາສັກ. ນອກຈາກນີ້ ກໍຈະມີການ ອອກຮ້ານໂຄສະນາ ແລະ ຂາຍສິນຄ້າ ໂດຍຈະມີສິນຄ້າ ຈາກລາວແລະ ກຳພູຊາ. ຕາມເຂດຊາຍແດນ ລາວ-ໄທ, ເມືອງໂພນທອງ ແລະແຂວງ ອຸບົນຣາຊທານີ ປະເທດໄທ ກໍຈະຈັດກິຈກັມ ສົ່ງເສີມມິຕພາບ ຮ່ວມກັນ.

ນອກນັ້ນທ່ານຍັງ ໄດ້ເວົ້າກ່ຽວກັບ ການກະຕຽມ ວຽກງານສຳລັບ ຮອງຮັບນັກທ່ອງທ່ຽວ ທີ່ຈະມາຮ່ວມ ງານສລອງ ບຸນປີໃໝ່ລາວ ແຂວງຈຳປາສັກ ແລະການຮັກສາ ປ້ອງກັນ ຄວາມສງົບວ່າ:

"ອັນທີນຶ່ງນີ້ ປະຊຸມໂຮງແຮມ ເຮືອນພັກ ບໍ່ໃຫ້ຂື້ນຣາຄານະ ຕ້ອງບໍລິການ ປົກກະຕິ ກະຕຽມປ້ອງກັນ ສງົບສຸຂ ບໍ່ໃຫ້ມີບັນຫາ ນຶ່ງປ້ອງກັນໄຟໄໝ້ ຮັກສານັກ ທ່ອງທ່ຽວ ອຳນວຍຄວາມ ສະດວກ ການທ່ອງທ່ຽວ ໄດ້ຈັດການໝົດ ແຕ່ລະບ່ອນ".

ທ່ານເວົ້າສລຸບວ່າ ສຳລັບງານສລອງ ບຸນປີໃໝ່ລາວ 2010 ແຂວງຈຳປາສັກ ນີ້ຄາດວ່າຈະມີ ນັກທ່ອງທ່ຽວ ພາຍໃນປະເທດ ຫລາຍກວ່າປີ ກາຍນີ້ ແລະ ວ່າອາດຈະມີ ເພີ້ມຂື້ນຮອດ 15 ສ່ວນຮ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.