ນັກທ່ອງທ່ຽວ ເຂົ້າໄປ ແຂວງເຊກອງ ເພີ້ມຂຶ້ນ

ນັກທ່ອງທ່ຽວ ກວ່າ 9000 ຄົນ ໄດ້ ເຂົ້າມາຢ້ຽມຢາມ ແຂວງເຊກອງ ພາຍໃນເຄິ່ງ ທຳອິດ ຂອງປີ 2008, ຊຶ່ງເພີ້ມຂຶ້ນ ຈາກປີກາຍນີ້.

ທ່ານ ເພັດສວັນ ສີໂຕນ ຫົວໜ້າຫ້ອງການທ່ອງທ່ຽວ ແຂວງເຊກອງ ເປີດເຜີຍວ່າ ເບິ່ງຕາມຈຳນວນ ນັກທ່ອງທ່ຽວ ເຂົ້າມາພາຍໃນແຂວງ ໃນເຄິ່ງທຳອິດ ຂອງປີ 2008 ​ເຫັນວ່າ ຈຳນວນໄດ້ຕື່ມສູງຂື້ນ ກ່ວາປີກາຍນີ້ ເຖິງວ່າ ແຂວງເຊກອງ ຈະເປັນ ແຂວງນ້ອຍໆ ທີ່ບໍ່ໄດ້ຮັບ ການພັດທະນາ ດ້ານການທ່ອງທ່ຽວ ສູງຊໍ່າກັບ ແຂວງໃຫຍ່ໆກໍຕາມ ດັ່ງທ່ານ ໄດ້ກ່າວວ່າ:

ສຳລັບ 2008, 6​ ເດືອນ ຕົ້ນປີນີ້ ກຳລັງລຸບໄດ້ ຢູ່ 9000 ກວ່າຄົນ ກະວ່າ ປີນີ້ ຈະໄດ້ ຢູ່ປະມານ 15 ຫາ 16 ພັນຄົນ.”

ຫ້ອງການ ທ່ອງທ່ຽວ ແຂວງເຊກອງ ກະວ່າ ແຕ່ລະປີ ຈະຂະຍາຍ ວຽກການ ດ້ານທ່ອງທ່ຽວ ໃຫ້ໃຫຍ່ຂື້ນ ທຸກໆປີ. ​ໃນປີ 2007 ​ໄດ້ມີ ນັກທ່ອງທ່ຽວ ເຂົ້າມາ 13 ພັນຄົນ ແລະ ໃນປີ 2008 ກະວ່າ ຈະຂື້ນ ຕື່ມ 20 ສ່ວນຣ້ອຍ.

ການທ່ອງທ່ຽວ ແຂວງເຊກອງ ສ່ວນຫຼາຍ ຈະເປັນ ການທ່ອງທ່ຽວ ປະເພດ ທ່ຽວຊົມ ທັມມະຊາດ ແລະ ວັດທະນະທັມ ເຊັ່ນຢູ່ເມືອງກະລຶມ ກໍມີ ຖ້ຳ​​ເຕັ່ ມີປະເພນີ ບຸນກິນ ຄວາຍໃນເດືອນ 3 ງານສະແດງ ສິລປະ ຂອງຊົນເຜົ່າ. ​ນັກທ່ອງທ່ຽວ ສ່ວນຫຼາຍ ຈະມາຈາກ ແຂວງຈຳປາສັກ ແລະ ຈາກປະເທດ ເພື່ອນບ້ານ ເພື່ອຜ່ານໄປ ວຽດນາມ ແລະ ໄທ. ດັ່ງທ່ານ ເພັດສວັນໄດ້ກ່າວວ່າ:

ສ່ວນຫຼາຍກໍມີ ຊາວວຽດນາມ ແລະ ຊາວໄທ ຊາວຕະເວັນຕົກ ກໍສ່ວນໜ້ອຍ ປະມານ 100-200 ປາຍຄົນ.”

ການທ່ອງທ່ຽວ ແຂວງເຊກອງ ບໍ່ມີແຜນການໂຄສະນາ ປະຊາສຳພັນ ການທ່ອງທ່ຽວ ເປັນຕົນເປັນໂຕ ມີແຕ່ການຮ່ວມມື ແລະ ອຳນວຍຄວາມສະດວກ ໃຫ້ແກ່ ນັກການທ່ອງທ່ຽວ ທໍ່ນັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org