ຄວາມຕ້ອງກາຣໃຊ້ໄຟຟ້າຫລາຍ ໃນປະເທດໄທຽ ເຮັດໃຫ້ເກີດຜົລກະທົບ ຕໍ່ສະພາບແວດລ້ອມ ແລະຣະບົບນິເວສ


2008.02.04

ນັກວິຊາກາຣ ວ່າຄວາມຕ້ອງກາຣໃຊ້ໄຟຟ້າຫລາຍ ໃນປະເທດໄທຽ ເຮັດໃຫ້ເກີດຜົລ ກະທົບ ຕໍ່ສະພາບແວດລ້ອມ ແລະຣະບົບນິເວສ ໃນລາວຫລາຍທີ່ສຸດ.

ເຖີງແມ່ນວ່າ ກາຣພັທນາ ທາງດ້ານເສຖກິຈໃນ ສປປລາວ ຕ້ອງໄດ້ອາສັຍດ້ານ ກາຣກໍ່ສ້າງເຂື່ອນ ຜລິຕກະແສໄຟຟ້າ ເພື່ອຈະສົ່ງຕໍ່ ຂາຍໃຫ້ແກ່ທາງກາຣໄທຽ ທີ່ນັບມື້ມີ ຄວາມຕ້ອງກາຣ ຫລາຍເພີ່ມຂື້ນນັ້ນກໍຕາມ ແຕ່ນັກວິຊາກາຣ ຊາວໄທຽເປັນຫ່ວງນຳບັນ ຫາດ້ານສະພາບແວດລ້ອມ ຢູ່ໃນປະເທດລາວເອງ ທີ່ຈະຕ້ອງໄດ້ສ້າງເຂື່ອນ ຜລິຕກະ ແສໄຟຟ້າ ຂື້ນຕື່ມອີກຫລາຍແຫ່ງ ດັ່ງຈະເຫັນໄດ້ ຈາກກາຣລົງນາມ ໃນຂໍ້ສັນຍາ ຣະຫວ່າງ ຣັຖມົນຕຣີ ກະຊວງພລັງງານ ຂອງໄທຽ ກັບທາງກາຣກ່ຽວຂ້ອງ ຂອງ ສປປລາວ ຊື່ງຈັດຂື້ນ ໃນມື້ວັນທີ່ 21 ທັນວາ 2007 ຜ່ານມາ ທີ່ທາງຝ່າຍໄທຽ ຈະຊື້ໄຟຟ້າເພີ່ມ ຂື້ນຈາກເດີມ 5,000 ເມກາວັຕມາເປັນ 7,000 ເມກາວັຕ.

ທ່ານ ສຸພະຈີ ນິລອຸບົລ ນັກວິຊາກາຣ ອິສຣະເປີດເຜີຽວ່າ: ຄວາມຕ້ອງດ້ານພລັງ ງານໄຟຟ້າ ຂອງປະເທດໄທຽ ຫລາຍເພີ່ມຂື້ນນັ້ນ ກໍຍີ່ງຈະເປັນກາຣສ້າງ ຜົລກະທົບຕໍ່ ສະພາບແວດລ້ອມ ແລະຣະບົບນິເວສ ໃນແມ່ນ້ຳຫລາຍເພີ່ມຂື້ນ ຈື່ງຮຽກທວງກໍ່ທາງກາຣ ກ່ຽວຂ້ອງທັງສອງຝ່າຍ ໄດ້ພິຈາຣະນາ ຫາວິທີທາງແກ້ໄຂຢ່າງຈີງຈັງ.

ເຖີງຢ່າງໃດກໍຕາມ ຄວາມຕ້ອງກາຣ ດ້ານກາຣໃຊ້ພລັງໄຟຟ້າ ໃນໄທຽຣະຫວ່າງປີ 1992 – 2006 ໄດ້ເພີ່ມຂື້ນເຖີງ 10,000 ເມກາວັຕ ແລະນັບແຕ່ປີ 2002 ເປັນຕົ້ນ ມາເຖີງປັຈຈຸບັນ ຍີ່ງມີຄວາມຕ້ອງກາຣ ຫລາຍເພີ່ມຂື້ນເຖີງ 10,000 ເມກາວັຕ ໃນແຕ່ ລະປີ ຊື່ງຖືເປັນຈຳນວນ ທີ່ຫລາຍກວ່າ ບັນດາປະເທດ ອຸຕສາຫະກັມອື່ນໆ ໃນທົ່ວໂລກ.

ຫວາດ ສີມູນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.