ການພັດທະນາ ເຂດເສຖະກິດພິເສດ ສວັນ-ເຊໂນ ຄືບໜ້າໄປແດ່ແລ້ວ ໃນສາມພາກສ່ວນ ເຂດພັດທະນາ A, B, C


2008.02.27

ການພັດທະນາ ເຂດເສຖະກິດພິເສດ ສວັນ-ເຊໂນ ຄືບໜ້າໄປແດ່ແລ້ວ ໃນສາມພາກສ່ວນ ເຂດພັດທະນາ A, B, C ໂດຍສະເພາະ ໃນພາກສ່ວນ B ແລະ C, ຕາມທີ່ຜູ້ວ່າ ໂຄງການພັດທະນາ ເຂດເສຖະກິດພິເສດ ສວັນ-ເຊໂນ ໄດ້ກ່າວ ໃນວັນອັງຄານ ວັນທີ 26 ກຸມພານີ້.

ທ່ານວ່າໃນພາກສ່ວນ A ທີ່ມີເນື້ອທີ 270 ha ຊຶ່ງຕັ້ງຢູ່ໄກ້ຫົວຂົວ ມິຕະພາບລາວ-ໄທ ສວັນະເຂດ-ມຸກດາຫານ ນັ້ນຍັງບໍ່ທັນມີການ ບຸຣະນະເທື່ອ ຕ້ອງລໍຖ້າໃຫ້ການສ້າງອາຄານ ເພື່ອຮອງຮັບປະຊາຊົນ ທີ່ຈະຖືກຍົກຍ້າຍ ເສັດສີ້ນເສັຽກ່ອນ. ໃນຂະນະນີ້ ການສ້າງອາຄານ ບ້ານພັກຢູ່ຫັລກທີ 9 ຂອງຖນົນເລກທີ 9 ກໍໄດ້ເລີ້ມສ້າງໄປ ແລ້ວປະມານ 7-8 ຫລັງ.

ໃນລະຍະດຽວກັນນີ້ ທ່ານ ພະນົມກອນ ດາຣາຣັສະໝີ ເຈົ້າໜ້າທີ່ແຜນກສົ່ງເສີມ ການການລົງທຶນ ໃນເຂດເສຖະກິດພິເສດ ໄດ້ກ່າວເພີ້ມວ່າ:

(ສຽງ) " ຈຸດ A ເນັ້ນໜັກການສ້າງໝູ່ບ້ານ ຈັດສັນເພື່ອໂຍກຍ້າຍ ປະຊາຊົນ ຫລາຍກ່ອນ ຕາມແຜນທີ່ ບໍຣິສັດ tag ເຂົາວາງອອກມານີ້ ເຂົາຈະໃຫ້ມັນ ໄດ້ກ່ອນສົງການ 80 ຫລັງຄາເຮືອນ."

ສຳລັບການການພັດທະນາ ໂຊນ A ແມ່ນບໍຣິສັດ TAG ຂອງໄທຜູ້ຊຶ່ງລົງທຶນຮ່ວມ ກັບຣັຖະບານລາວ ເປັນຜູ້ພັດທະນາ. ການລົງມື ພັດທະນາ ໂຊນ A ຈະມີຂື້ນຫລັງຈາກ ທາງບໍຣິສັດ ສາມາດສ້າງບ້ານພັກ ຈຳນວນ 126 ຫລັງໃຫ້ຮຽບຮ້ອຍ ແລະໂຍກຍ້າຍ ປະຊາຊົນ ໄປຢູ່ໝົດເສັຽກ່ອນ.

ໝູ່ບ້ານທີ່ກຳລັງສ້າງຂື້ນ ນັ້ນເປັນໝູ່ບ້ານພັກຄົບ ວົງຈອນ ຄືມີໂຮງຮຽນ, ໂຮງໝໍ, ແລະສະຖານທີ່ ສາທາຣະນະ ທີ່ຄົບຊຸບ. ສຳລັບ ໂຊນ B ທີ່ຕັ້ງຢູ່ເມືອງເຊໂນນັ້ນ ທ່ານວ່າ ຢູ່ໃນຂັ້ນສ້າງຖນົນ ບຸກເບີກພື້ນທີ່ ການວາງລະບົບໄຟຟ້າ ແລະ ນ້ຳປະປາ.

ເມື່ອມໍ່ໆມານີ້ບໍຣິສັດ ຍີ່ປຸ່ນ ຮ່ວມກັບສອງບໍຣິສັດຂອງລາວ ໄດ້ລົງນາມສັນຍາສ້າງ ລະບົບສາງໄວ້ເຄື່ອງ ເປັນທີ່ຮຽບຮ້ອຍແລ້ວ ໂດຍເຊົ່າທີ່ດິນ 30 ເຮັກຕາ. ສ່ວນບໍຣິສັດຂອງຈີນ ກໍວ່າຈະສ້າງໂຮງງານ ຢາປົວພະຍາດຂື້ນ. ໃນພາກສ່ວນໂຊນ C ທີ່ຕັ້ງຢູ່ລະຫ່ວາງຫລັກ 9 ກັບຫລັກ 10 ແລະມີພື້ນທີ່ ປະມານ 211 ເຮັກຕານັ້ນ ຈະພັດທະນາ ເປັນເຂດນິຄົມ ອຸດສະຫະກັມ. ມີນັກລົງທຶນຈາກຕ່າງປະເທດ ເຂົ້າມາສຳຣວດເບິ່ງ ແລ້ວ ດັ່ງທີ່ທ່ານ ພະນົມກອນໄດ້ກ່າວວ່າ:

(ສຽງ) "ຈຸດ C ດຽວນີ້ຫາກໍເຊັນສັນຍາ ພັດທະນາໂຄງການ. ເມື່ອກ່ອນເປັນພຽງ MOU ຜູ້ພັດທະນາ ເຂົາເຈົ້າໄດ້ຄະເລັຽພື້ນທີ່ໄປແລ້ວ."

ໃນພາກສ່ວນ ໂຊນ C ປັດຈຸບັນນີ້ ໄດ້ເລີ້ມຕັ້ງຫ້ອງການ ຊົ່ວຄາວຂື້ນແລ້ວ ໂດຍບໍຣິສັດ ຈາກປະເທດມາເລເຊັຽ ເປັນຜູ້ລົງນາມສັນຍາ ພັດທະນາໂຊນນີ້. ທ່ານ ບົວຄຳ ສີສຸລາດ ຜູ້ວ່າການເຂດເສຖະກິດພິເສດ ສວັນ-ເຊໂນ ກ່າວຕື່ມວ່າ ປີນີ້ຄາດວ່າ ຈະມີນັກລົງທຶນຈາກຕ່າງປະເທດ ເຂົ້າມາລົງທຶນ ພັດທະນາ ໃນເຂດເສຖະກິດພິເສດ ນີ້ຫລາຍຂື້ນ ໂດຍສະເພາະນັກລົງທຶນຈາກ ປະເທດຍີ່ປຸ່ນ ທີ່ສົນໃຈພັດທະນາລະບົບ Logistic ແລະສາງໄວ້ເຄື່ອງ.

ສົມເນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.