ຈີນ ນໍາຢາເສບຕິດ ປະເພດປຸກອາຣົມທາງເພດ ໄປລັກຂາຍໃຫ້ກັບປະຊາຊົນ ໃນ ນະຄອນຫລວງວຽງຈັນ ແລະ ຕາມແຂວງຕ່າງໆ


2008.02.12

ໃນປັດຈຸບັນ ມີຊາວຈີນ ເຂົ້າໄປອາສັຍ ຢູ່ນະຄອນຫລວງວຽງຈັນ ຈໍານວນນຶ່ງ, ທີ່ມີອາຊີບຄ້າຂາຍ ໂດຍໄດ້ຫອບຫິ້ວ ເອົາສິນຄ້າ ທີ່ນໍາມາຈາກປະເທດຈີນ ໄປຂາຍໃຫ້ກັບ ປະຊາຊົນລາວ ໃນນະຄອນຫລວງວຽງຈັນ.

ໃນນັ້ນ, ມີຊາວຈີນ ຈໍານວນນຶ່ງ, ນໍາຢາເສບຕິດ ປະເພດປຸກອາຣົມ ທາງເພດ ໄປລັກບລອບ ຂາຍໃຫ້ກັບປະຊາຊົນລາວ, ດັ່ງປະຊາຊົນລາວ ໃນນະຄອນຫລວງວຽງຈັນ ທ່ານນຶ່ງເປີດເຜີຍວ່າ:

(ສຽງ) “ມັນໃສ່ເປ້ຢ່າມແລ້ວ ມັນກໍຫິ້ວໄປຕາມບ້ານ, ມັນກໍເອົາຢາເສບຕິດ ຈາກບ້ານມັນນະມາຂາຍ ເຂົາເອີ້ນຢາຈີນ, ຢາປຸກເສກ, ຄິດວ່າ ຄົງບໍ່ແພງດອກ ເພາະຖ້າຫາກວ່າ ມັນແພງ ຄົນລາວທົ່ວໄປ ຄົງຊື້ບໍ່ໄດ້ ແນ່ນອນ, ບໍ່ເກີນ 100 ບາດ.”

ນອກຈາກ ຢາປຸກອາຣົມ ທີ່ແຜ່ຫລາຍແລ້ວ, ທ່ານ ຍັງໄດ້ເປີດເຜີຍເພີ້ມຕື່ມ ກ່ຽວກັບ ຢາ ຕໍ່ໄປວ່າ: ພ້ອມດຽວກັນນັ້ນ, ຊາວຈີນ ຍັງໄດ້ເອົາຢາຮີດລູກ ເຂົ້າໄປຂາຍ ໃຫ້ປະຊາຊົນລາວ ໃນຣາຄາ ຫໍ່ລະ 10 ຫາ 20 ບາດ. ສໍາຣັບ ຢາຮີດລູກນັ້ນ, ເຮັດໃຫ້ລາວ ມີບັນຫາ ຢ່າງໜັກ ກ່ຽວກັບເຣື້ອງສັງຄົມ ແລະ ວັທນະທັມ ແລະ ການບໍ່ປອດພັຍ ຂອງຍິງສາວ ທີ່ຊື້ຢາ ດັ່ງກ່າວ. ເນື່ອງຈາກວ່າ ບາງຄົນນັ້ນ ເດັກບໍ່ສາມາດ ອອກມາຈາກທ້ອງ ຕາມທີ່ຕ້ອງການ ແລະ ເຮັດໃຫ້ເປັນອັນຕຣາຍຢ່າງຍິ່ງ ສໍາຣັບ ຜູ້ຍິງລາວ ທີ່ຊື້ຢາຮີດລູກ ຈາກຊາວຈີນ ໄປກິນ.

(ສຽງ) “ໃນລະຍະຜ່ານມາ, ຣັຖມົນຕຣີ ກະຊວງສາທາຣະນະສຸກ ກໍໄດ້ປາບປາມ, ແລະ ຣັຖບານລາວ ຈຶ່ງຫ້າມ ບໍ່ໃຫ້ຊາວຈີນ ເລາະຂາຍ… ຈັບຕິດຄຸກ ປັບໃໝ ສົ່ງກັບບ້ານ ກໍມີ.”

ຢ່າງໃດກໍຕາມ, ຊາວລາວ ທ່ານດຽວກັນນີ້ ກ່າວມ້ວນທ້າຍວ່າ ເຖິງຢ່າງໃດກໍຕາມ, ບັນຫາ ທີ່ຈີນ ນໍາຢາເສບຕິດ ເຂົ້າໄປເຜີຍແຜ່ ແລະ ເຮັດການຄ້າ ນັ້ນ, ກໍມີນ້ອຍກ່ວາເດີມ ເນື່ອງຈາກວ່າ ໄດ້ຮັບການປາບປາມ ຈາກ ໜ່ວຍງານ ພາກຣັດ ແລະ ເອກະຊົນ ທີ່ກ່ຽວຂ້ອງ.

ຈະເຣີນສຸກ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.