ທາງກາຣແຂວງຈຳປາສັກ ຢາກໃຫ້ພາຄສ່ວນ ເອກຊົນເຂົ້າມາລົງທຶນ ດ້ານກາຣຊຳຣະ ຂີ້ເຫຍື້ອ ໃນເຂຕເມືອງປາກເຊ ໃນຂັ້ນຕໍ່ໄປ ຍ້ອນກາຣບໍຣິກາຣ ຂອງພາຄຣັຖບໍ່ໄດ້ຜົລ


2008.02.13

ເມືອງປາກເຊ ແຂວງຈຳປາສັກ ຖືເປັນຫົວເມືອງໃຫຍ່ ແລະເປັນເຂຕ ທີ່ມີກາຣພັທນາ ດ້ານເສຖກິຈ ທີ່ສຳຄັນແຫ່ງໜື່ງ ໃນປະເທດລາວ.

ແຕ່ທຸກມື້ນີ້ຊ້ຳພັດ ເກີດມີບັນຫາ ທາງດ້ານຂີ້ເຫຍື້ອ ທີ່ມີຫລາຍເພີ່ມຂື້ນເລື້ອຽໆ ດັ່ງນັ້ນ ທາງກາຣແຂວງ ຈື່ງຢາກເປີດໂອກາດ ໃຫ້ພາຄສ່ວນເອກຊົນ ເຂົ້າມາລົງທຶນ ໃຫ້ກາຣບໍຣິຫາຣ ກຳຈັດບັນຫາຂີ້ເຫຍື້ອ ດັ່ງກ່າວນີ້ ເພາະທາງພາຄຣັຖ ບໍ່ສາມາດທີ່ຈະດຳເນີນ ໄປໃຫ້ໄດ້ດີເທົ້າທີ່ຄວນ ດັ່ງທີ່ ດຣ. ໜູກອນ ສີພອນພູມີ ຫົວໜ້າຫ້ອງກາຣ ສິ່ງແວດລ້ອມ ແລະຊັພຍາກອນ ນ້ຳຂອງແຂວງ ຈຳປາສັກໄດ້ເປີດເຜີຽວ່າ:

(ສຽງ) “ບໍ່ທັນມີພາຄສ່ວນເອກຊົນໃດ ເຂົ້າມາຮ່ວມ ກໍຍັງເປັນພາຄຣັຖ ຢູ່ເປັນຜູ້ຈັດກາຣ ເພາະວ່າ ລຳພັງແຕ່ທຶນຂອງຣັຖບາລ ກໍຍາກໆ ກໍປະກາດໂຄສະນາ ຢູ່ ແຕ່ວ່າມັນຈຳມີບັນຫາ ຢູ່ເຣື່ອງຂື້ເຫຍື້ອນີ້ ມັນບໍ່ທັນລົງລອຍກັນ."

ດຣ. ໜູກອນ ໄດ້ແຈ້ງເພີ່ມວ່າ: ປັຈຈຸບັນນີ້ ເມືອງປາກເຊມີຂີ້ເຫຍື້ອ ໃນແຕ່ລະມື້ບໍ່ ຫລຸດ 45 ຕັນເຮັດໃຫ້ທາງກາຣ ກ່ຽວຂ້ອງບໍ່ສາມາດ ທີ່ຈະກຳຈັດໃຫ້ໄດ້ໝົດ ຍ້ອນຂາດ ເຂີນດ້ານງົບປະມານ ແລະພາຫະນະ ຊື່ງແຕ່ລະມື້ປະຕິບັຕໄດ້ພຽງ ປະມານ 30 ຕັນ ເທົ່ານັ້ນ ຈື່ງຕ້ອງກາຣ ຢາກໃຫ້ທາງພາຄສ່ວນເອກຊົນ ເຂົ້າມາມີສ່ວນຮ່ວມ ແລະໄດ້ມີ ກາຣປະກາດ ໄປແລ້ວແຕ່ຫາກບໍ່ທັນ ປາກົດມີຜູ້ແສດງຄວາມສົນໃຈເທື່ອ.

ເຈົ້າໜ້າທີ່ລາວ ດັ່ງກ່າວໄດ້ເນັ້ນຕື່ມວ່າ: ກາຣລົງທຶນ ໃນວຽກງານດັ່ງກ່າວນີ້ຂ້ອນ ຂ້າງຈະສູງ ແລະກໍບໍ່ແນ່ວ່າ ຜູ້ເຂົ້າມາລົງທຶນ ຈະກຸ້ມຄ່າຫລືບໍ? ໂດຽສະເພາະ ທາງບໍຣິ ສັທຫລືຜູ້ທີ່ຈະສົນໃຈ ໃນດ້ານນີ້ນັ້ນ ຈະຕ້ອງໄດ້ເກັບຄ່າ ກາຣຖີ້ມຂີ້ເຫຍື້ອ ຈາກແຕ່ລະຄົວເຮືອນ ຫລືຫ້າງຮ້ານຕ່າງໆ ໂດຽກົງໂລດ ແລະ ວ່າໃນປັຈຈຸບັນນີ້ ປະຊາຊົນ ຕ່າງກໍພາກັນຕື່ນຕົວ ເອົາໃຈໃສ່ ໃນດ້ານກາຣເກັບມ້ຽນ ຂີ້ເຫຍື້ອ ເພື່ອຮັກສາ ຄວາມສະອາດ ໃນເຂຕຮັບຜິດຊອບ ຂອງພວກຕົນ ເປັນຢ່າງດີຢູ່ແລ້ວເຊັ່ນກັນ.

ຫວາດ ສີມູນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.