ຍັດຕິກ່ຽວກັບການສະນັບສະນູນ ແລະຊ່ວຍເຫລືອ ຜູ້ອົພະຍົບລົບພັຍ ຊາວເຜົ່າມົ້ງລາວ ໄດ້ຖືກຮັບຜ່ານ ຢ່າງເປັນເອກກະພາບ ໂດຍຄະນະກັມະທິການ ທ້ອງຖິ່ນ ໃນເຂດ Oroville ຣັດ California


2008.01.17

ຂ່າວຈາກນະຄອນ Sacramento ຣັດ California ສະຫະຣັດ ອະເມຣິກາ ຣາຍງານ ໃນວັນທີ 16 ມົກກະຣາ 2008 ນີ້ວ່າ ຍັດຕິກ່ຽວກັບ ການໃຫ້ການສະນັບສະໜູນ ແລະຊ່ວຍເຫລືອ ແກ່ຜູ້ອົບພະຍົບ ລົບໄພຊາວມົ້ງ ທີ່ປະເທດລາວ ຊຶ່ງສະເນີໂດຍຄ ູ່ສາມີ-ພັນລະຍາ Szendreys ໃນເຂດ Oroville ນັ້ນຖືກຮັບຜ່ານ ຢ່າງເປັນເອກກະພາບກັ ນໂດຍຄະນະກໍາມາທິການ ຍຸຕິທໍາສະພາທ້ອງຖີ່ນ ເມື່ອວັນອັງຄານ ຜ່ານມາ.

ຍານາງ Georgie Szendrey ກ່າວຕໍ່ຄະນະກໍາມະການ ດ້ານຕຸລາການນັ້ນ ກ່ຽວກັບສະພາບ ຄວາມຫິວໂຫຍ ຂອງຊາວມົ້ງ ແລະຄວາມທໍຣະມານ ຂອງຜູ້ຊາຍ-ຜູ້ຍີງ ອັນມີເດັກນ້ອຍ ຮວມຢູ່ດ້ວຍ ຍ້ອນບາດແຜ ທີ່ເກີດຈາກລູກປືນ-ລູກກະສຸນ ຊຶ່ງນາງແລະຜູ້ເປັນສາມີ ໄດ້ເຫັນປະຈັກຕາ ຕອນທີ່ຊ່ວຍຊາວມົ້ງ ເກືອບ 200 ຄົນ ທີ່ມີຄວາມຢ້ານກົວ ແລະອາໃສ ຢູ່ໃນປ່າດົງແຫ່ງນຶ່ງຂອງລາວ ໃນການອອກມາຍອມ ຈໍານົນ ຕໍ່ທາງການລາວ ເມື່ອ 2 ປີ ກ່ອນ. ທາງຄະນະກໍາມະການ ຮັບຜ່ານຍັດຕິນັ້ນ ພາຍຫລັງຮັບຟັງຄໍາໃຫ້ການ ທີ່ຄ້າຍກັນນັ້ນ ຈາກອີກ 4 ຄົນ ເປັນຄົນມົ້ງ 3 ຄົນ.

ທ່ານ Edward Szendrey ຖືການຮັບຜ່ານຍັດຕິນັ້ນ ເປັນບາດກ້າວສໍາຄັນ ໃນຄໍາຮຽກຮ້ອງ ຂອງພວກທ່ານ ໃຫ້ມີການຊ່ວຍເຫລືອ ຊາວມົ້ງລາວ ອົບພະຍົບ. ພວກທ່ານທັງສອງ ກ່າວອ້າງວ່າ ຄອບຄົວຊາວມົ້ງ ກໍາລັງຖືກຕາມລ່າ ແລະຖືກເຂັນຂ້າ ໂດຍກອງກໍາລັງ ພວກຄອມມິວນິດໃນລາວ ຍ້ອນພວກເຂົາ ຫລືພີ່ນ້ອງຂອງພວກເຂົາ ໄດ້ທໍາການຕໍ່ສູ້ ໂດຍຢູ່ທາງຝ່າຍສະຫະຣັດ ໃນຣະຫວ່າງສົງຄາມ ວຽດນາມ.

ການຈັບກຸມຄູ່ຜົວເມັຽດັ່ງກ່າວ ທີ່ປະເທດຄອມມິວນິດ ໃນ ປີ 2005 ນັ້ນ. ໄດ້ຮັບຄວາມສົນໃຈ ຈາກຊື່ມວນຊົນ ຢ່າງກວ້າງຂວາງ ຕໍ່ບັນຫາຊາວມົ້ງ ໃນລາວ.

ຍັດຕິທີ່ຖືກຮັບຜ່ານ ໂດຍສະພາຣັດ California ເມື່ອວັນອັງຄານ ຜ່ານມາ ຮຽກຮ້ອງ ໃຫ້ຣັດຖະບານ ຂອງປະທານາທິບໍດີ Bush ແລະຣັດຖະສະພາ Congress ຂອງສະຫະຣັດ ຊຸກຍູ້ໃຫ້ຣັດຖະບານລາວ ຈໍາກັດບັນຫາ ການລ່ວງຣະເມີດ ສິດທິມະນຸດ ໃນປະເທດລາວ ພ້ອມທັງໃຫ້ການຊ່ວຍເຫລືອ ເລື່ອງ ອາຫານ ແລະການປີ່ນປົວ ແກ່ຊາວມົ້ງທີ່ລົບຊ້ອນຕົວ ຢູ່ໃນປ່າດົງ ຂອງລາວປະມານ 5 ພັນຄົນນັ້ນ.

ຂະນະດຽວກັນ ກໍຮຽກຮ້ອງໃຫ້ ຝ່າຍທີສາມ ສາມາດເຂົ້າ ສັງເກດການ ຄວາມປອດໄພ ຂອງຊາວມົ້ງ ທີ່ອອກຈາກປ່າມາ ແລະຢາກຈະຢູ່ໃນປະເທດລາວ ຕໍ່ໄປນັ້ນ ຂະນະທີ່ໃຫ້ຖານະຜູ້ອົບພະຍົບ ສໍາລັບ ຜູ້ຢາກໜີໄປຈາກປະເທດລາວ.

ມະນີຈັນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.