ໂຄງການຂຸດບ໊ອກໄຊທ໌ ໃນແຂວງພາກກາງ ຂອງວຽດນາມ

ໂຄງການຂຸດຄົ້ນ ແຣ່ທາດ ບ໊ອກໄຊທ໌ ໃນແຂວງພາກກາງ ຂອງວຽດນາມ ທີ່ມີການຂັດແຍ້ງກັນ ທີ່ສຸດນັ້ນ ໄດ້ກາຍເປັນ ຈຸດຖົກຖຽງກັນ ຢູ່ໃນໝູ່ຊົນ ວຽດນາມ ວ່າ ຈະດໍາເນີນຕໍ່ບໍ່ ຫລື ຈະຍົກເລີກເລີຽ?


ກົດຟັງສຽງ

ການຖົກຖຽງກັນນີ້ ມີຂື້ນຫລັງຈາກ ເກີດເຫດໄພພິບັດ ບໍ່ແຮ່ ບອກໄຊທ໌ ຢູ່ໃນປະເທດ ຮັງກາຣີ ເມື່ອບໍ່ດົນມານີ້. ເຈົ້າໜ້າທີ່ຂັ້ນສູງ ຂອງວຽດນາມທ່ານນື່ງ ຊື່ຫຍໍ້ວ່າ Houa  ເວົ້າວ່າ ໄພພິບັດຈາກບໍ່ແຮ່ ບ໊ອກໄຊທ໌ ໃນປະເທດຮັງກາຣີ ເປັນພຽງເຫດການ ໄພພິບັດນື່ງທີ່ເກີດຂື້ນ ໃນໂລກ ແລະໃຫ້ຄວາມເຫັນວ່າ ໂຄງການນີ້ຄວນ ດໍາເນີນຕໍ່ໄປ. ທ່ານວ່າ ຖ້າຫາກວ່າ ໂຄງການນີ້ຫາກ ຖືກຍົກເລີກໄປ ວຽດນາມ ກໍຈະສູນເສັຽ ການລົງທືນທີ່ຍິ່ງໃຫ່ຽ ເຖິງ 600 ລ້ານໂດລາ ສະຫະຣັຖ.

ໂຄງການຂຸດຄົ້ນ ແຮ່ບ໊ອກໄຊທ໌ ໃນວຽດນາມໄດ້ ສືກສາກັນມາເກືອບ 10 ປີແລ້ວ ແຕ່ວ່າຄາກັນຢູ່ ໃນບັນຫາ ສິ່ງແວດລ້ອມ. ໂຄງການນີ້ ຈະຕ້ອງສ້າງອ່າງ ເກັບຂີ້ຕົມແດງຂນາດໃຫ່ຽ ຊື່ງມີມູນຄ່າ ກໍ່ສ້າງ ໃນເບື້ອງຕົ້ນລະຫ່ວາງ 30-50 ລ້ານ ສະຫະຣັດ ພາຍໃນ 10 ປີ. ທ່ານ Chu Hao ອາດີດ ຮອງຣັຖມົນຕຣີ ວິທຍາສາດ ແລະເທັກໂນໂລຈີ ກ່າວວ່າ ຖ້າວ່າສາມາດຍົກເລີກ ໂຄງການຂຸດຄົ້ນ ບ໊ອກໄຊທ໌ ນີ້ໄດ້ໄວເທົ່າໃດ ຍິ່ງເປັນການດີ. ທ່ານ ຮາວ ພ້ອມກັບນັກປັນຍາຊົນ 2,000 ຄົນໄດ້ລົງລາຍເຊັນ ຮ່ວມກັນໃນຈົດໝາຍ ສົ່ງໄປຍັງ ຣັຖບານວຽດນາມ ຮຽກຮ້ອງໃຫ້ຍົກເລີກ ໂຄງການນີ້ ເມື່ອສັປດາຜ່ານມາ ນີ້ເອງ. ທ່ານອ້າງວ່າ ຂີ້ຕົມແດງ ທີ່ລົ້ນອອກຈາກ ອ່າງນໍ້າໃນປະເທດ ຮັງກາຣີ ເປັນຕົວຢ່າງທີ່ດີ ສໍາລັບວຽດນາມ ທີ່ຄວນຍົກເລີກ ໂຄງການນີ້.

ທ່ານ Nguyen quang A ອາດີດຜູ້ອໍານວຍການ ສະຖາບັນຄົ້ນຄວ້າ ແລະ ການພັທນາເວົ້າວ່າ ມັນບໍ່ແມ່ນເວລາ ທີ່ຕ້ອງເປັນຫ່ວງນໍາ ການສູນເສັຽການ ລົງທືນ. ຖ້າເຮົາລົງທືນ ໃນໂຄງການນີ້ຫລາຍ ປານໃດ ເຮົາຍິ່ງຈະສູນເສັຽ ເງິນໄປຫລາຍກ່ວານີ້. ຖ້າເຮົາຍົກເລີກດຽວນີ້ ເຮົາຈະສູນເສັຽເງິນ ທີ່ລົງທືນໄປພຽງ ແຕ່ 35 ລ້ານໂດລາ ສະຫະຣັດ ແຕ່ຖ້າເຮົາຫາກ ຍັງດໍາເນີນຕໍ່ໄປ ເຮົາຈະສູນເສັຽ ເງິນໄປ 4,500 ລ້ານໂດລາ ສະຫະຣັຖ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org