ພຣະຣາຊກໍານົດ ພາວະສຸກເສີນໃນໄທ
ພຣະຣາຊກໍານົດ ສຸກເສີນ ຫລື ພໍຣໍກໍ ອາຈຈະຕ້ອງ ມີການ ບັງຄັບໃຊ້ ໄປອີກຫລາຍເດືອນ ເພື່ອຮັປກັນ ຄວາມສງົບປອດພັຍ ໃນໄທ.
-
ມະນີຈັນ
2010-06-03 -
-
-
Your browser doesn’t support HTML5 audio
ເຖິງແມ່ນວ່າ ຈະສົ່ງຜົລ ກະທົບກະເທືອນ ໃສ່ພາກທຸຣະກິດ ການທ່ອງທ່ຽວ ຂອງໄທ. ຕາມຄໍາເວົ້າຂອງ ທ່ານຮອງນາຍົກ ຣັຖມົນຕຣີ ສຸເທບ ເທືອບສຸບັນ ໃນວັນພຣະຫັດ ທີ 3 ມິຖຸນານີ້. ອີງຕາມຣາຍງານ ໃນ website ໜັງສືພິມ Bangkok Post.
ພຣະຣາຊກໍານົດ ສຸກເສີນ ຖືກປະກາດໃຊ້ ໃນບາງກອກ ແລະຫລາຍແຂວງອື່ນໆ ຂອງໄທ ເລີ່ມແຕ່ວັນທີ 7 ເມສາ ເພື່ອໃຫ້ເຈົ້າໜ້າທີ່ ທະຫານ ແລະຕໍາຣວດ ມີສິດ ອໍານາດຄວບຄຸມ ການປະທ້ວງ ຕໍ່ຕ້ານຣັຖບານໄດ້. ທ່ານ ສຸເທບ ກ່າວວ່າ ພວກທ່ານ ຈະດໍາເນີນການ ໂດຍອີງຕາມພາວະ ຄວາມເປັນຈິງ ຂອງສະພາບການ ພາຍໃນ ໄທ ພວກທ່ານຈະຕ້ອງ ມີການເຝົ້າຣະວັງ ພວກທ່ານຈະຕ້ອງ ເຮັດວຽກງານເພື່ອ ຄວາມປອດພັຍຂອງ ປະຊາຊົນ ແລະປະເທດຊາດ.
ກຸ່ມປະທ້ວງຕໍ່ຕ້ານ ຣັຖບານໄທ ໄດ້ທໍາການຊຸມນຸມ ໃນໃຈກາງເມືອງ ບາງກອກ ເລີ່ມໃນວັນທີ 12 ມິນາ ແລະກໍຖືກສລາຍ ເມື່ອວັນທີ 19 ພຶສພາ ຜ່ານມາ ສ້າງຄວາມເສັຽຫາຍ ຢ່າງໃຫຍ່ຫລວງ ແກ່ປະເທດໄທ.
ໃນເຫດການ ປະທະກັນຢ່າງ ຮຸນແຮງຫລາຍຄັ້ງ ຣະຫວ່າງ ກຸ່ມຄົນເສື້ອແດງ ທີ່ປະທ້ວງແລະ ກໍາລັງທະຫານ ຣະຫວ່າງວັນທີ 12 ມິນາ ຫາວັນທີ 19 ພຶສພາ ມີຜູ້ເສັຽ ຊີວິດຍ້ອນ 88 ຄົນ ແລະອີກ 1885 ຄົນ ໄດ້ຮັບບາດເຈັບ. ຣັຖມົນຕຣີ ສາທາຣະນະສຸຂ Jurin Laksanawisit ກ່າວເມື່ອ ວັນທີ 25 ພຶສພາ.