ລາວແລະຈີນສັມມະນາ ຣະບອບສັງຄົມນິຍົມ
ລາວແລະຈີນ ຈັດກອງປະຊຸມ ສັມມະນາ ກ່ຽວກັບ ຫລັກການສ້າງຕັ້ງ ລະບອບ ສັງຄົມນິຍົມ.
-
ໂພໄຊສວັດ
2010-10-22 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ກອງປະຊຸມສັມມະນາ ກ່ຽວກັບ ຫລັກການສ້າງຕັ້ງ ຣະບອບ ສັງຄົມນິຍົມ ຂອງລາວແລະຈີນ ໄດ້ຈັດຂຶ້ນຢູ່ ນະຄອນຫລວງ ວຽງຈັນ ໃນມື້ວັນສຸກ ທີ 22 ຕຸລາ 2010 ໂດຍຫົວຂໍ້ຫລັກ ມີຊື່ວ່າ “ການຊຸກຍູ້ ຫລັກສຳຄັນ ແລະ ພາກປະຕິບັດ ໃນຣະບອບ ສັງຄົມນິຍົມ ສໄມໃໝ່”.
ທ່ານ Liu Yushan ສະມາຊິກ ສູນກາງພັກ ຄອມມິວນິສຈີນ ແລະທ່ານ ທອງສິງ ທັມມະວົງ ສະມາຊິກ ສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ປະທານສະພາ ແຫ່ງຊາດລາວ ໄດ້ເຂົ້າຮ່ວມ ໃນການ ປະຊຸມສັມມະນາ ແລະ ກ່າວຄຳປາສັຍ ທີ່ສຳຄັນ ໃນກອງປະຊຸມ. ນອກຈາກນັ້ນ ກໍຍັງມີ ເຈົ້າໜ້າທີ່ ລະດັບສູງຈາກ 100 ກວ່າຄົນຈາກ ລາວແລະຈີນ ເຂົ້າຮ່ວມ.
ໃນຄຳປາສັຍ ຕໍ່ກອງປະຊຸມ ທ່ານ Liu ໄດ້ກ່າວ ໃນຕອນນຶ່ງວ່າ: “ທັງສອງປະເທດ ລາວແລະຈີນ ເປັນປະເທດ ສັງຄົມນິຍົມ ຄືກັນ, ໄດ້ຮັບຄວາມສຳເຣັດ ໃນການສ້າງຕັ້ງ ຣະບອບ ສັງຄົມນິຍົມ ແລະ ໄດ້ປະເຊີນກັບ ບັນຫາ ທີ່ທ້າທາຍແບບ ດຽວກັນ. ດັ່ງນັ້ນມັນຈຶ່ງ ສຳຄັນທີ່ສອງພັກ ແລະ ສອງປະເທດ ຈະສົ່ງເສີມແລກປ່ຽນ ແລະຮຽນຮູ້ຈາກ ກັນແລະກັນ ເພື່ອຊຸກຍູ້ ໃຫ້ຣະບອບ ສັງຄົມນິຍົມ ສໄມໃໝ່ ເດີນ ກ້າວໄປຂ້າງໜ້າ”.
ທ່ານ ທອງສິງ ທັມມະວົງ ກ່າວໃນຄຳປາສັຍ ຕອນນຶ່ງວ່າ “ລາວໄດ້ໃຊ້ການ ພັທນາເສຖກິດ ເປັນຫລັກ ໂດຍໃຫ້ຜແນກ ເອກກະຊົນ ເປັນໂຕຕັ້ງ ແລະ ໃຫ້ຫລາຍພາກສ່ວນ ທີ່ກ່ຽວຂ້ອງກັບ ເສຖກິດ ພັທນາ ຄຽງຂ້າງກັນໄປ”. ທ່ານ ທອງສິງ ທັມມະວົງ ກ່າວຕໍ່ໄປວ່າ ການແລກປ່ຽນ ລະຫວ່າງ ລາວແລະຈີນ ກ່ຽວດ້ານຫລັກສຳຄັນ ແລະ ພາກປະຕິບັດ ໃນຣະບອບ ສັງຄົມນິຍົມ ຈະສົ່ງເສີມ ວິວັທນາການໃໝ່ ແລະ ການປະຕິຮູບ ທີ່ມີຜົນປໂຍດ ຕໍ່ລາວແລະຈີນ ໃຫ້ຂຶ້ນໄປຢູ່ໃນ ລະດັບທີ່ສູງ ກວ່າເກົ່າ.