ລາວ-ໄທ ປັກຫລັກເຂດຊາຍແດນ
ລາວ-ໄທ ຈະສໍາຣວດ ເກັບກໍາຂໍ້ມູນ ເພື່ອປັກຫລັກ ເຂດຊາຍແດນ ອີກໃນທ້າຍ ເດືອນພຶສຈິກາ ນີ້.
-
ໂພໄຊສວັດ
2010-10-15 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ທ່ານບຸນເກີດ ສັງສົມສັກ ຜູ້ຊ່ວຍ ຣັຖມົນຕຣີວ່າການ ກະຊວງ ການຕ່າງປະເທດ ສປປລາວ ໄດ້ກ່າວຫລັງຈາກ ກອງປະຊຸມຂອງ ຄນະກັມມາທິການ ຮ່ວມ ວ່າດ້ວຍການ ຮ່ວມມື ລາວ-ໄທ ຄັ້ງທີ 16 ວ່າທີ່ຜ່ານມາ ການປັກຫລັກເຂດຊາຍແດນ ລະຫວ່າງລາວແລະໄທ ມີຄວາມຄືບໜ້າ ເປັນຢ່າງດີ ແລະ ການສຳຣວດ ໄດ້ແລ້ວໄປຮອດ 93 ສ່ວນຮ້ອຍ ແລ້ວ ຊຶ່ງເປັນລະຍະ ທາງປະມານ 676 ກິໂລແມັດ. ໃນທ້າຍເດືອນ ພຶສຈິກາ 2010 ນີ້ເຈົ້າໜ້າທີ່ ຂອງທັງສອງປະເທດ ຈະໄປສຳຣວດ ພື້ນທີ່ ທີ່ຍັງຄ້າງຄາຢູ່ ໃນເຂດແກ່ງຜາແດງ, ຜາໝົ່ນ ແລະ ພູຊີ້ຟ້າ. ທີ່ຜ່ານມາ ຄນະກັມມະການ ໄດ້ສຳຣວດ ບໍຣິເວນຊ່ອງເມັກ, ທົ່ງໜອງບົວ ແລະ ຫ້ວຍໂດນ ຊຶ່ງຕັ້ງຢູ່ລະຫວ່າງ ແຂວງຈຳປາສັກ ແລະ ແວງອຸບົນ ຣາຊທານີ ສຳລັບເຂດຊາຍແດນ ທີ່ຍັງແກ້ໄຂ ບໍ່ທັນໄດ້ກໍມີ 15 ບ່ອນ. ທ່ານບຸນເກີດ ກ່າວໃນຕອນນຶ່ງວ່າ:
"15 ບໍລິເວນ ທີ່ຍັງຜິດກັນຢູ່ ຄ່ອຍໆຄຸຍກັນໄປ ມີຫລັກຖານ ຫຍັງກໍເອົາອອກມາ ຄ່ອຍຄຸຍກັນ ເຣື້ອງນີ້ມັນເປັນເຣື້ອງ sensitive ເປັນເຣື້ອງຄວາມ ສຳພັນລະຫວ່າງ ສອງປະເທດ ດ້ານຄວາມໝັ້ນຄົງ 676 ກິໂລແມັດ ແລ້ວທີ່ແລ້ວໄປ ແລ້ວມັນຮອດ 92-93%".
ດ້ວຍເຫດນີ້ ການປັກຫລັກ ເຂດຊາຍແດນ ຈຶ່ງຕ້ອງໄດ້ໃຊ້ເວລາ ໃນການເຮັດວຽກ ເພື່ອເກັບກຳຂໍ້ມູນ ຫລັກຖານ ທາງພູມີສາດ ຮວມທັງການສຶກສາ ກ່ຽວກັບກົດໝາຍ ລະຫວ່າງປະເທດ ຊຶ່ງຈະໄດ້ນຳ ມາຊີ້ແຈງຢືນຢັນ ຕໍ່ກັນ. ສ່ວນບັນຫາ ທີ່ຍັງຄ້າງຄາ ບາງສ່ວນໃນເຂດ ຊ່ອງເມັກ ແມ່ນທາງ ຄນະກັມມະການ ກໍຍັງຕ້ອງ ພຍາຍາມ ໄກ່ເກັ່ຽໃຫ້ລຸລ່ວງ ໄປໃນໄວໆນີ້. ທ່ານບຸນເກີດ ກ່າວກ່ຽວກັບເຣື້ອງນີ້ວ່າ:
"ທັງສອງຝ່າຍ ກໍມີຈຸດຢືນ ຂອງໂຕເອງ ຖ້າວ່າຫລັກຖານ ຂອງໃຜ ທີ່ແໜ້ນໜາໝັ້ນຄົງ ກໍຫຍັບໄປຫຍັບມາ ຕາມຫລັກຖານ ທີ່ມີ".
ສຳລັບວຽກງານ ການປັກຫລັກ ເຂດຊາຍ ແດນ ດຣ. ທອງລຸນສີສຸລິດ ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ວ່າການກະຊວງ ການຕ່າງປະເທດ ສປປລາວ ໃຫ້ຄວາມເຫັນວ່າ ການທີ່ຈະກຳນົດ ເວລາ ໃນການ ປັກຫລັກເຂດຊາຍແດນ ໃຫ້ແລ້ວຕາມນັ້ນ ເຮັດໄດ້ຍາກເພາະ ຕ້ອງໄດ້ອາສັຍ ການເຮັດວຽກ ແລະຕົກລົງເຫັນດີ ຮ່ວມກັນທັງສອງຝ່າຍ, ແຕ່ທັງສອງ ຣັຖບານ ກໍຈະພຍາຍາມ ເຮັດໃຫ້ແລ້ວ ໄວທີ່ສຸດ ເທົ່າທີ່ ຈະເຮັດໄດ້.