ກອງປະຊຸມຮ່ວມມື ລາວ-ໄທ ຄັ້ງທີ 16
ຄນະກໍັມມະການ ວ່າດ້ວຍ ຄວາມຮ່ວມມື ລາວ-ໄທ ໃນວັນພຣະຫັດນີ້ ໄດ້ເລີ້ມ ປະຊຸມກັນ ຄັ້ງທີ 16 ຢູ່ທີ່ໂຮງແຮມ ດຸສິດທານີ ບາງກອກ.
-
ສົມເນ
2010-10-14 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ການປະຊຸມຄັ້ງນີ້ ແມ່ນເນັ້ນໃສ່ 3 ບັນຫາຫລັກ ຄື ການເມືອງ ຄວາມໝັ້ນຄົງ ແລະເສຖກິດ ຮ່ວມທັງການພັທນາ ສັງຄົມແລະວັທນະທັມ. ການປະຊຸມ ໃນວັນພຣະຫັດນີ້ ແມ່ນການ ສົນທະນາກັນ ລະຫ່ວາງເຈົ້າໜ້າທີ່ ອາວຸດໂສ ທັງສອງຝ່າຍ ແລະໃນວັນຕໍ່ໄປ ຈະມີພິທີປະຊຸມ ເປັນທາງການ ໂດຍຈະມີຣັຖມົນຕຣີ ຕ່າງປະເທດ ສປປ ລາວ ທ່ານ ທອງລຸນ ສີສຸລິດ ແລະ ຣັຖມົນຕຣີຕ່າງປະເທດໄທ ທ່ານ ກະສິດ ພິຣົມ ເປັນປະທານຮ່ວມ.
ການປະຊຸມຄັ້ງນີ້ ກໍເປັນການຕິດຕາມ ຜົນຂອງການຮ່ວມມື ຈາກກອງປະຊຸມ ຄັ້ງທີ່ 15 ຢູ່ທີ່ເມືອງ ຫລວງພຣະບາງ ເມື່ອວັນທີ 23-25 ມີນາ ປີ 2009. ຫົວຂໍ້ນື່ງອີກ ທີ່ຈະນໍາມາ ສົນທະນາກັນ ໄດ້ແກ່ການສລອງ ວັນຄົບຮອບ 60 ປີ, ວັນທີ 19 ທັນວາ ຂອງການສະຖາປະນາ ຄວາມສໍາພັນ ທາງການທູດ ລາວ-ໄທ ຊື່ງກະວ່າຈະມີການ ຈັດກິຈກັມຕ່າງໆ ຮ່ວມກັນ.
ໃນວັນທີ 15 ຕຸລາຕໍ່ໄປ ຈະມີການເປີດໂຕ ສັນຍາລັກ ສລອງຄົບຮອບ 60 ປີ ຂອງການສະຖາປະນາ ຄວາມສໍາພັນ ທາງການທູດ ລາວ-ໄທ ແລະມີພິທີເປີດໂຕ ໂຄງການ ປັບປຸງຖນົນ ແລະ ລະບົບລະບາຍນໍ້າ ໃນນະຄອນຫລວງ ວຽງຈັນ ຊື່ງໄປເປັນຜູ້ໃຫ້ ການຊ່ວຍເຫລືອ ເພື່ອຮ່ວມສລອງ ນະຄອນຫລວງ ວຽງຈັນ ຄົບຮອບ 450 ປີ ອີກດ້ວຍ.