ອາຊຽນຂໍສັງເກດການ ການເມືອງລາວແລະພະມ້າ

ອາຊຽນ ຍື່ນຂໍ້ສເນີ ຂໍ້ເຂົ້າໄປ ເປັນຜູ້ສັງເກດການ ໃນເຫດການ ທາງການເມືອງ ຂອງສປປລາວ ແລະ ໃນພະມ້າ.


ກົດຟັງສຽງ

ດຣ. ສຸຣິນ ພິດສຸວັນ ເລຂາທິການອາຊຽນ ໄດ້ກ່າວ ຕອບຄໍາຖາມ ຂອງຊື່ມວນຊົນ ກ່ຽວກັບບັນຫາ ການເຂົ້າໄປມີ ສ່ວນຮ່ວມ ຂອງອາຊຽນ ໃນຊ່ວງກອງ ປະຊຸມໃຫຍ່ ຂອງພັກປະຊາຊົນ ປະຕິວັດລາວ ຄັ້ງຈະມານີ້ ແລະ ໃນການເລືອກຕັ້ງ ຂອງພະມ້າ ໃນເດືອນພຶສຈິກາ ປີ 2010 ວ່າ  ອາຊຽນ ໄດ້ຍື່ນຂໍ້ສເນີ ຂໍເຂົ້າໄປມີສ່ວນຮ່ວມ ສັງເກດການ ເຫດການປ່ຽນແປງ ທາງການເມືອງທັງໃນ ສປປລາວ ແລະໃນພະມ່າ:

"ດຣ. ສຸຣີນ ກ່າວວ່າ ທາງອາຊຽນ ໄດ້ມີການສເນີ ໄປແລ້ວ ແຕ່ເລື່ອງທີ່ວ່າ ຈະຕອບຮັບ ຫລືບໍ່  ກໍຂຶ້ນຢູ່ກັບຣັຖບານ ຂອງ 2 ປະເທດ ລາວແລະ ພະມ່າ".

ຄໍາສເນີດັ່ງກ່າວ ຂອງອາຊຽນ ອີງໃສ່ ຂອບການຮ່ວມມື ຂອງປະເທດສະມາຊິກ ໃນຖານະ ທີ່ສປປລາວ ແລະສະຫະພາບພະມ້າ ກໍເປັນສະມາຊິກອາຊຽນ. ແຕ່ເຖິງແນວໃດ ອາຊຽນ ກໍຕ້ອງໃຫ້ສິດທິ ແກ່ລາວແລະພະມ້າ ເປັນຜູ້ຕັດສິນໃຈ ພາຍໃຕ້ຂອບ ຣະບຽບການ ບໍ່ແຊກແຊງເຂົ້າ ກິຈການພາຍໃນ ຂອງປະເທດສະມາຊິກ ດ້ວຍກັນ.

ໃນກອງປະຊຸມໃຫຍ່ ຂອງພັກປະຊາຊົນ ປະຕິວັດລາວ ຊຶ່ງຄາດວ່າ ຈະຈັດຂຶ້ນໃນຊ່ວງ ກາງປີ 2011 ປົກກະຕິແລ້ວ ຈະມີການເລືອກຕັ້ງ ຄນະບໍຣິຫານງານ ສູນກາງພັກຊຸດໃໝ່, ມີການເລືອກຕັ້ງ ກົມການເມືອງ ແລະ ເລຂາທິການໃຫຍ່ ຂອງພັກ ຊຶ່ງຢູ່ພາຍໃນພັກ ນັ້ນແລ້ວ ແມ່ນມີການຕົກລົງ ສັບປ່ຽນຕົວບຸກຄົນ ຮັບຜິດຊອບ ວຽກງານສໍາຄັນ ສໍາຄັນຕ່າງໆ ທັງຂອງພັກແລະຣັຖ. ພ້ອມດຽວກັນນັ້ນ ກໍມີການ ວາງແນວທາງ ແຜນ ນະໂຍບາຍ ແຜນພັທນາ ເສຖກິດ-ສັງຄົມ ຂອງລາວ ສໍາລັບ 5 ປີຕໍ່ໜ້າ ຄືແຕ່ປີ 2011 ເຖິງປີ 2015.

ສ່ວນພະມ້ານັ້ນ ຈະມີການເລືອກຕັ້ງ ຄັ້ງໃໝ່ ເປັນເທື່ອທໍາອິດ ໃນຮອບ 20 ປີ ຊຶ່ງນາໆຊາດ ໄດ້ຕັ້ງບັນຫາ ເລື່ອງຄວາມບໍ່ໂປ່ງໃສ ໃນການເລືອກຕັ້ງ ພາຍໃຕ້ການຄວບຄຸມ ຂອງຣັຖບານ ທະຫານພະມ້າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org