ອົງກາຣອາຫາຣໂລກ ຊ່ວຍເຫຼືອນັກຮຽນລາວ

ອົງກາຣອາຫາຣໂລກ ແລະ ທະນາຄາຣໂລກ ໄດ້ໂອນກາຣ ຮັບຜິດຊອບ ໃຫ້ແກ່ກະຊວງ ສຶກສາທິກາຣລາວ ໃນກາຣຈັດອາຫາຣ ເສີມແກ່ເດັກນ້ອຍ ນັກຮຽນລາວ.

0:00 / 0:00

ທາງກະຊວງ ສຶກສາທິກາຣລາວ ໄດ້ເຊັນຂໍ້ສັນຍາ ວ່າດ້ວຍຄວາມເຂົ້າໃຈ ກັບທາງອົງກາຣ ອາຫາຣໂລກ ແລະ ທະນາຄາຣໂລກ ເພື່ອໃຫ້ຝ່າຍລາວ ຮັບຜິດຊອບ ໃນກາຣ ຈັດອາຫາຣເສີມ ໃຫ້ແກ່ບັນດາ ເດັກນ້ອຍ ດ້ອຍໂອກາສ ທາງກາຣສຶກສາ ໃນຂັ້ນຕໍ່ໆໄປ ດັ່ງທ່ານລີຕູ ບົວປາວ ຮອງຣັຖມົນຕຣີ ກາຣສຶກສາລາວ ໄດ້ກ່າວໃນ ພິທີຕອນໜຶ່ງວ່າ:

“ພວກເຮົາມາເຊັນ ບົທບັນທຶກ ເພື່ອຈະເປັນບ່ອນອີງ ໃຫ້ແກ່ກາຣ ປະຕິບັຕ ວຽກງານກາຣຖ່າຍ ໂອນຄວາມສາມາດ ກາຣຄຸ້ມຄອງ ບໍຣິຫາຣ ໂຄງກາຣອາຫາຣເສີມ ໃຫ້ຣັຖບາລລາວ ສ່ວນໃນພາຄ ປະຕິບັຕຕົວຈິງ ທັງ 3 ຝ່າຍພວກເຮົາຍັງ ຈະໄດ້ປະສານ ງານສົມທົບກັນ ໃນກາຣປະຕິບັຕ ກິຈກັມລະອຽດ ຕື່ມຕໍ່ໄປ”.

ທ່ານລີຕູ ໄດ້ກ່າວເພີ່ມວ່າ ກາຣແຈກຢາຍ ອາຫາຣເສີມ ດັ່ງກ່າວ ມີທັງໝົດ 30 ຕົວເມືອງ ໃນ 6 ແຂວງ ເປົ້າໝາຍຄືແຂວງ: ຜົ້ງສາລີ ອຸດົມໄຊ ຫລວງນ້ຳທາ ສາຣະວັນ ເຊກອງ ແລະ ແຂວງອັຕຕະປື ໂດຽມີເຍົາວະຊົນ ກ່ອນວັຍຮຽນ ແລະໃນຂັ້ນ ປະຖົມສຶກສາ ທີ່ໄດ້ຮັບຄວາມ ຊ່ວຍເຫລືອຈາກ ໂຄງກາຣອາຫາຣເສີມ ດັ່ງກ່າວ ແລະ ປາກົດ ໄດ້ສ້າງຜົລດີ ໃນອັຕຣາ ກາຣເຂົ້າໂຮງຮຽນ ຂອງເຂົາເຈົ້າ ເປັນຢ່າງດີ. ສະນັ້ນທາງຣັຖບາລ ຈື່ງເຫັນພ້ອມ ທີ່ຈະສືບຕໍ່ໃນ ໂຄງກາຣຈັດ ອາຫາຣເສີມ ດັ່ງກ່າວ ນີ້ຕໍ່ໆໄປ:

“ກາຣສຶກສາແມ່ນ ປັຈຈັຍຕັດສິນ ຊີ້ຂາດ ແຜນພັທນາເສຖກິຈ ສັງຄົມຂອງຊາຕ ໃຫ້ປະເທສຊາຕ ຫລຸດພົ້ນ ຈາກພາວະບັນຫາ ປະຊາຊົນ ຫລຸດພົ້ນຈາກຄວາມ ທຸກຂ໌ຍາກ”.

ຢ່າງໃດກໍຕາມ ເຈົ້າໜ້າທີ່ລາວ ທ່ານນີ້ ໄດ້ກ່າວເນັ້ນວ່າ ໂຄງກາຣ ອາຫາຣເສີມ ມີເປົ້າໝາຍ ໃຫ້ຄວາມຊ່ວຍເຫລືອ ແກ່ເດັກນ້ອຍ ດ້ອຍໂອກາສ ທາງກາຣສຶກສາ ແລະ ໂດຽສະເພາະ ພວກເດັກນ້ອຍຂອງ ບັນດາຊົນເຜົ່າ ໃຫ້ສາມາດໄດ້ ຮັບກາຣສຶກສາ ເຊັ່ນດຽວກັນກັບ ບັນດາເດັກນ້ອຍ ຊາວລາວອື່ນໆ ໃນທົ່ວປະເທສ.