ການພົວພັນພິເສດ ລາວ-ວຽດນາມ
ໂຄງການຮ່ວມ ໃນການ ສະສົມ-ຮວບຮວມ ເອກກະສານ ແລະ ບັນທຶກ ຄວາມຊົງຈໍາ ກ່ຽວກັບການ ພົວພັນພິເສດ ລາວ-ວຽດນາມ ໄດ້ຊ່ວຍສົ່ງເສີມ ສາຍສັມພັນ ຣະຫວ່າງ 2 ປະເທດ.
-
ມະນີຈັນ
2010-09-29 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ຕາມຄໍາເວົ້າຂອງ ທ່ານ To Huy Rua ເລຂາຄນະ ບໍຣິຫານງານ ສູນກາງພັກ ຄອມມິວນິສ ວຽດນາມ ທັງເປັນຫົວໜ້າ ຄນະກັມມາທິການ ຂ່າວສານ ແລະການສຶກສາ ຂອງສູນກາງພັກ.
ຂ່າວ VOV News ວັນທີ 28 ກັນຍາ ນີ້ ຣາຍງານຕື່ມວ່າ ທ່ານ Rua ໃຫ້ຄໍາເຫັນເຊັ່ນນັ້ນ ໃນຣະຫວ່າງ ການຕ້ອນຮັບ ນາຍພົລ ຈັນສະໝອນ ຈັນນາຣາຊ ຮອງຣັຖມົນຕຣີ ກະຊວງປ້ອງກັນ ປະເທດຂອງລາວ ທີ່ນໍາພາ ຄນະຜູ້ແທນ ບັນດາເຈົ້າໜ້າທີ່ ທີ່ກ່ຽວພັນກັບ ໂຄງການ ຮວບຮວມເອກກະສານ ແລະ ບັນທຶກ ຄວາມຊົງຈໍາ ກ່ຽວກັບການ ພົວພັນ ພິເສດລາວ-ວຽດນາມ. ທ່ນ Rua ວ່າ ວຽກງານນັ້ນ ຈະມີການປະກາດ ໃນກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກ ຄອມມິວນິສ ວຽດນາມ ແລະ ກອງປະຊຸມໃຫຍ່ ຄັ້ງທີ 9 ຂອງພັກ ປະຊາຊົນ ປະຕິວັດລາວ ໃນຕົ້ນປີ 2011.
ໃນວັນດຽວກັນນີ້ ກໍມີການຈັດ ສັມມະນາ ເພື່ອທົບທວນເບີ່ງ ການສະສົມ ເອກກະສານ ແລະ ບັນທຶກຄວາມ ຊົງຈໍາ ການພົວພັນພິເສດ ລາວ-ວຽດນາມ ໃນຊ່ວງປີ 1930 ຫາປີ 2007. ພາຍຫລັງການ ສະສົມ 3 ປີ ໃນການຮວບຮວມ ເອກກະສານ ເປັນປຶ້ມ 5 ຊຸດ ມີ 3830 ໜ້າ ແລະ 3 ຊຸດ ກ່ຽວກັບ ຄວາມຊົງຈໍາ ໃນການ ພົວພັນພິເສດ ລາວ-ວຽດນາມ ຊຶ່ງມີທັງໝົດ 2541 ໜ້ານັ້ນ ໂຄງການນີ້ ໃກ້ຈະແລ້ວໆ.