ຫລັກຫມາຍເຂດແດນ ລາວ-ວຽດນາມ

ແຂວງກວາງຈີ ວຽດນາມ ເລີ້ມສ້າງ ຫລັກຫມາຍ ເຂດແດນ ຂນາດໃຫຍ່ ໃສ່ກັບ ຊາຍແດນລາວ.

ເຈົ້າຫນ້າທີ່ ແຂວງຊາຍແດນ ພາກກາງວຽດນາມແຂວງກວາງຈີ  ແລະ ​​ແຂວງສາຣະວັນ ສປປລາວໄດ້​​ເລີ້ມ ລົງມື ສ້າງຫລັກຫມາຍເຂດ ແດນຂນາດໃຫຍ່ ຫລັກທີ 635 ຣະຫວ່າງສອງແຂວງ ຂຶ້ນໃນວັນທີ 3 ກັນຍາ.

ຫລັກຫມາຍຊາຍແດນ ເລກທີ 635 ດັ່ງກ່າວແມ່ນຕັ້ງຢູ່ ບໍຣິເວນ ດ່ານເຂົ້າອອກ ຣະຫວ່າງສອງ ປະເທດທີ່ ບ້ານລາ​​ເລເຂດຊຸມຊົນໂຫງ້ເມືອງດັກຈຶງແຂວງກວງຈີ ການກໍ່ສ້າງ ຄາດວ່າ ຈະສໍາເຣັດ ໃນວັນທີ 2​ ທັນວາ.

ເລີ້ມແຕ່ປີ 2008 ​​ເປັນຕົ້ນມາແຂວງກວາງຈີ ​​ສໍາເຣັດການ ປັກຫລັກຫມາຍ ເຂດແດນກັບ ແຂວງ ສາຣະວັນແລ້ວ 22 ຫລັກໃນຈໍານວນ 62 ຫລັກ. ​ແຂວງດັ່ງກ່າວ ຍັງມີແຜນການ ຈະປັກຫລັກ ຫມາຍເຂດແດນ ເພີ້ມ ອີກ 14 ຫັລກ ກັບລາວເລິ້ມແຕ່ນີ້ໄປຈົນຮອດທ້າຍປີ.

ຕາມແຜນການທີ່ໄດ້ວາງໄວ້ແຂວງກວາງຈີ ຈະ​​ປັກຫລັກ ຫມາຍເຂດແດນ ຂນາດໃຫ່ຍ 2 ຫລັກ ຂນາດກາງ 26 ຫລັກ ແລະຂນາດນ້ອຍ ​​ໃຫ້ແລ້ວ 34 ຫລັກໃນຣະຍະ ທາງຍາວປະມານ 206 ກິໂລແມ ຂອງຊາຍແດນ ຣະຫວ່າງ ແຂວງສາຣະວັນ ກັບ ແຂວງກວາງຈີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org