ສາຍສັມພັນ ການທະຫານ ລາວ-ສະຫະຣັດ
ຈະເຣີນສຸກ ຣາຍງານ
2008.07.15
2008.07.15
ສະຫະຣັດ ເຣີ້ມພົວພັນ ທາງດ້ານ ການທະຫານ ກັບ ລາວ, ວຽດນາມ ແລະ
ກັມພູຊາ, ຊຶ່ງເປັນສ່ວນນຶ່ງ ຂອງການສ້າງ ສາຍສໍາພັນ ຢ່າງເລິກເຊິ່ງ ກັບ ປະເທດ
ເອເຊັຍ ຕາເວັນອອກ ສ່ຽງໃຕ້, ທ່າມກາງ ການແຂ່ງຂັນ ກັບ ອິທິພົນ ຂອງຈີນ ໃນເຂດເອເຊັຍ,
ອີງຕາມຣາຍງານ ຂອງເຈົ້າໜ້າທີ່ ສະຫະຣັດ.
ສະຫະຣັດ ແລະ ລາວ ມີແຜນການ ແລກປ່ຽນ ການທະຫານ ໃນທ້າຍປີນີ້, ຊຶ່ງເປັນສ່ວນນຶ່ງ ຂອງຍຸທະສາດ ເພື່ອແນໃສ່ ການເພີ້ມ ມາຕການ ການປ້ອງກັນ.
ທ່ານ ສະກັອດ ມາຣຊຽນ, ຜູ້ຊ່ອຍ ຮອງຣັຖມົນຕຣີ ຕ່າງປະເທດ ສະຫະຣັດ ເວົ້າວ່າ: ພາຍໃນ 3 ປີ ຫລັງຈາກ ທີ່ ຮື້ຟື້ນ ສາຍສໍາພັນ ຫລາຍໆດ້ານ ກັບ ອິນໂດເນເຊັຍ, ທ່າມກາງ ຄວາມເປັນຫ່ວງ ຂອງກຸ່ມປົກປ້ອງ ສິດທິມະນຸດ, ສະຫະຣັດ ພວມພັທນາ ສາຍສັມພັນ ແບບດຽວກັນ ກັບ ລາວ, ວຽດນາມ ແລະ ກັມພູຊາ. ແລະ ວ່າ ສະຫະຣັດ ເຣີ້ມ ຈາກໂຄງການນ້ອຍໆ, ເປັນຕົ້ນແມ່ນ ການຝຶກອົບຮົມ, ການແລກປ່ຽນ ຂໍ້ມູນຕ່າງໆ ທີ່ເປັນຜົນປໂຍດ.
ທ່ານ ມາຣຊຽນ ກ່າວຕື່ມວ່າ ໃນທ້າຍປີນີ້, ສະຫະຣັດ ແລະ ຣັຖບານລາວ ຈະເປີດຫ້ອງການ ກ່ຽວກັບ ການປ້ອງກັນ ໃນນະຄອນຫລວງ ຂອງກັນແລະກັນ, ຊຶ່ງເປັນບາດກ້າວ ທໍາອິດ ແລະ ສໍາຄັນ.
ເຈົ້າໜ້າທີ່ ສະຫະຣັດ ປະຕິເສດ ທີ່ຈະໃຫ້ຄວາມເຫັນ ຖ້າຫາກວ່າ ການສ້າງ ສາຍສໍາພັນ ກັບ ລາວ, ວຽດນາມ ແລະ ກັມພູຊາ ເປັນການກວດກາເບິ່ງ ການແຜ່ ອິດທິພົນ ຂອງຈີນ ໃນປະເທດເອເຊັຍ ຕາເວັນອອກ ສ່ຽງໃຕ້, ແຕ່ເວົ້າວ່າ ເປັນພຽງສ່ວນນຶ່ງ ຂອງການສ້າງ ສາຍສັມພັນ.