ພັກສັນນິບາດ ສລອງຄົບຮອບ 22 ປີ

ພັກການເມືອງ ຂອງຍານາງ ອັອງ ຊານ ຊູ ຈີ ສລອງ ຄົບຮອບ 22 ປີ ໃນພະມ້າ.


ກົດຟັງສຽງ

ພັກການເມືອງ ສັນນິບາດ ແຫ່ງຊາດ ເພື່ອ ປະຊາທິປະໄຕ ຂອງຍານາງ ອັອງຊານ ຊູ ຈິ ທີ່ຖືກຍຸບ, ໄດ້ສັນຍາ ໃນວັນຈັນນີ້ ວ່າ ຈະສືບຕໍ່ ຕໍ່ສູ້ ເພື່ອປະຊາທິປະໄຕ. ໃນຂນະທີ່ ສລອງ ຄົບຮອບ 22 ປີ ພາຍໃຕ້ ການເຝົ້າຣະວັງ ຢ່າງເຂັ້ມງວດ ຂອງຕໍາຣວດ. ອີງຕາມຣາຍງານ ຂອງແຫລ່ງຂ່າວ ເອ ພີ ໃນມື້ວັນຈັນນີ້.

ສະມາຊິກພັກ ປະມານ 300 ຄົນ ເຕົ້າໂຮມກັນ ທີ່ບ້ານ ຂອງທ່ານ ທິນ ອູ ຊື່ງເປັນນຶ່ງ ໃນຜູ່ກໍຕັ້ງ ພັກ, ເຖິງແມ່ນວ່າ ພັກ ດັ່ງກ່າວ ບໍ່ສາມາດ ເຕົ້າໂຮມກັນ ຢ່າງເປັນ ທາງການ ໃນສໍານັກງານໃຫຍ່ ທີ່ນະຄອນ ຢ໋າງກຸ໋ງ ພາຍຫລັງ ທີ່ຖືກຍຸບພັກ ກໍຕາມ.

ທ່ານ ນຽນ ວິນ ໂຄສົກ ພັກ ກ່າວວ່າ ພວກທ່ານ ຈັດພິທີ ດັ່ງກ່າວ ເພື່ອສະແດງ ວ່າ ພັກສິນນິບາດ ແຫ່ງຊາດ ເພື່ອປະຊາທິປະໄຕ ຍັງຄົງຢູ່ ຕໍ່ໄປ ແລະ ພວກທ່ານ ຈະສືບຕໍ່ ເຖິງແມ່ນວ່າ ຈະຖືກກົດດັນ ໃນທຸກຮູບແບບ. ໃນຂນະດຽວກັນ ກໍມີເຈົ້າໜ້າທີ່ ຕໍາຣວດ ນອກເຄື່ອງແບບ ປະມານ 30 ກ່ວາຄົນ ຕິດຕາມເບິ່ງ ການຈັດພິທີ ສລອງ ດັ່ງກ່າວ ແບບຫ່າງໄກ ພໍສົມຄວນ.

ສະມາຊິກ ທີ່ຈົ່ງຮັກພັກດີ ຕໍ່ພັກ ເວົ້າວ່າ ພວກຂະເຈົ້າ ສນັບສນູນ ຈຸດປະສົງ ຂອງຍານາງ ອັອງ ຊານ ຊູ ຈິ ທີ່ບໍ່ເຂົ້າຮ່ວມ ການເລືອກຕັ້ງ. ໃນຂນະທີ່ ມີບາງພວກ ບໍ່ເຫັນ ພ້ອມ ອອກໄປຕັ້ງ ພັກໃໝ່ຂຶ້ຶນ, ຄືພັກ ກໍາລັງ ປະຊາທິປະໄຕ ແຫ່ງຊາດ ຊຶ່ງມີການເຕົ້າໂຮມ ເຊັ່ນດຽວກັນ ໃນມື້ວັນຈັນ ເພື່ອປະກາດ ການເລືອກເອົາ ຜູ່ທີ່ຈະສົ່ງ       ເຂົ້າແຂ່ງຂັນ ການເລືອກຕັ້ງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org