ປັກຫລັກເຂດຊາຍແດນ ລາວແລະວຽດນາມ
ແຂວງ ສວັນນະເຂດ ກັບແຂວງ ກວງຕຣີ້ ເລີ້ມທໍາການ ປັກຫລັກ ເຂດຊາຍແດນ ຈໍານວນ 31 ຫລັກ.
-
ໂພໄຊສວັດ
2010-05-14 -
-
-
Your browser doesn’t support HTML5 audio
ແຂວງສວັນນະເຂດ ໃນພາກກາງ ຂອງສປປລາວ ກັບແຂວງກວງຕຣີ້ ທາງພາກກາງຂອງ ວຽດນາມ ຈະສຳເຣັດ ໃນການປັກຫລັກ ເຂດຊາຍແດນ 31 ຫລັກ ພາຍໃນປີ 2010 ນີ້, ຄະນະກັມມາທິການ ປັກຫລັກ ເຂດຊາຍແດນ ກ່າວໃນມື້ ວັນພຸດທີ 12 ພຶສພາ 2010 ຜ່ານມາ. ອີງຕາມການລາຍ ງານຂອງແຫລ່ງຂ່າວ ວຽດນາມ.
ປັດຈຸບັນນີ້ ຜູ້ຮັບເໝົາສັນຍາຈ້າງ ກຳລັງກະຕຽມເຮັດ ຫລັກເຂດຊາຍແດນ 5 ຫລັກ ໝາຍເລກ 582, 583, 585, 586, ແລະ 587 ຊຶ່ງເປັນເຂດຊາຍແດນ ທີ່ເປັນສະຖານທີ່ ອັນຕະລາຍ. ຜູ້ນຳຈາກ ທັງສອງແຂວງຂອງ ທັງສອງປະເທດ ໄດ້ພາກັນໄປ ຢ້ຽມຢາມ ກວດສອບ ແລະໃຫ້ກຳລັງໃຈ ເຈົ້າໜ້າທີ່ພນັກງານ ໃນການຈັດຕັ້ງ ຫລັກເຂດຊາຍແດນ ດັ່ງກ່າວ. ນອກຈາກນີ້ຄະນະ ນັກວິດຊະວະກອນ ຈາກກະຊວງ ສິ່ງແວດລ້ອມ ແລະ ຊັພຍາກອນ ທັມມະຊາດ ຂອງທັງສອງປະເທດ ກໍໄດ້ພາກັນໄປ ສັງເກດການແລະ ໃຫ້ຄຳແນະນຳ ແລະ ພາວະນາໃຫ້ ການປະຕິບັດ ວຽກງານ ປັກຫລັກເຂດຊາຍແດນ ໃຫ້ໄດ້ຮັບຄວາມສຳເຣັດ ເພື່ອປະກອບສ່ວນ ໃນການສົ່ງເສີມ ຄວາມສຳພັນພິເສດ ລະຫວ່າງລາວແລະ ວຽດນາມ.
ນອກຈາກນັ້ນ ແຂວງບໍລິຄຳໄຊ ສປປລາວ ແລະແຂວງ ຮາຕິນວຽດນາມ ກໍໄດ້ຕົກລົງກັນ ໃນມື້ວັນທີ 11 ພຶສພາ 2010 ນີ້ທີ່ຈະຮ່ວມມື ລົງທຶນກໍ່ສ້າງ ຍົກລະດັບດ່ານ ສາກົນ ນ້ຳເພົ້າແລະ Cau Treo. ການກໍ່ສ້າງດ່ານ ດັ່ງກ່າວແມ່ນເພື່ອຂຍາຍ ເຂດບໍລິຫານ, ການຄ້າ, ການບໍລິການ, ສູນວັທນະທັມ ແລະລະບົບ ຖນົນຫລວງເຊື່ອມຕໍ່ ລະຫວ່າງສອງປະເທດ ຊື່ງມີພື້ນທີ່ກວ້າງ 23.5 ເຮັກຕາຣ.
ທຶນໃນການສ້າງ ທາງຝ່າຍວຽດນາມ ແມ່ນຄະນະບໍຣິຫານ ດ່ານສາກົນ Cau Treo ຈະເປັນຜູ້ຈ່າຍ ຊຶ່ງມີມູນຄ່າ 7 ລ້ານ 2 ແສນ ໂດລາ ສະຫະຮັຖ ສ່ວນທາງຝ່າຍລາວ ແມ່ນຣັຖບານ ວຽດນາມ ຈະໃຫ້ການຊ່ວຍ ເຫລືອລ້າ.