ປະເທດໜໍເວ ຊ່ວຍເຫລືອ ເກັບກູ້ຣະເບີດ

ກອງທຶນຊ່ວຍເຫລືອ ຈາກ ປະເທດໜໍເວ ໃຫ້ການຊ່ວຍເຫລືອ ໃນການເກັບກູ້ ຣະເບີດ ໃນເຂດພາກໃຕ້ ຂອງລາວ.

ໃນມື້ວັນທີ 5 ກຸມພາ ທີ່ຜ່ານມາ ກອງທຶນຊ່ອຍເຫລືອ ປະຊາຊົນ ຊາວໜໍເວ ໄດ້ລົງນາມ ກັບຫນ່ວຍງານ ເກັບກູ້ຣະເບີດ ແຫ່ງຊາດລາວ ເພື່ອໃຫ້ເງີນ ຊ່ອຍເຫລືອ ປະມານ ນື່ງລ້ານ 4ແສນໂດລາ ໃນໂຄງການ ເກັບກູ້ຣະເບີດ ໃນເຂດພາກໃຕ້ ຂອງລາວ ໂດຍສະເພາະ ທີ່ແຂວງເຊກອງ ອັດຕະປື ແລະ ສາຣະວັນ.

ອິງຕາມ ຖແລງການ ຈາກຫ້ອງການ ຊ່ວຍເຫລືອ ປະເທດໜໍເວ ກ່ຽວກັບການ ຊ່ອຍເຫລືອລາວ ຄັ້ງນີ້ ທີ່ວ່າ ການຊ່ອຍເຫລືອ ເປັນສິ່ງສຳຄັນ ສຳລັບກອງທຶນ ດ່ັງກ່າວ ທີ່ຢາກໃຫ້ ວຽກງານການ ເກັບກູ້ຣະເບີດ ທີ່ບໍ່ທັນແຕກ ໃນລາວ ເປັນໄປຕາມ ແຜນການ ທີ່ຣັຖບານລາວ ໄດ້ວາງໃວ້ ເພື່ອຄວາມປອດພັຍ ຂອງປະຊາຊົນລາວ ໃນອະນາຄົດ ຂ້າງຫນ້າ ຈາກລູກຣະເບີດ ທີ່ບໍ່ທັນແຕກ ທີ່ຍັງຕົກຄ້າງ ຢູ່ໃນລາວ ເປັນຈຳນວນ ຫລວງຫລາຍ.

ກອງທຶນຊ່ອຍເຫລືອ ຈາກປະຊາຊົນ ໜໍເວ ເຄີຍເຮັດວຽກ ໃນການ ເກັບກູ້ຣະເບີດ ໃນລາວມາເປັນ ເວລາຫລາຍປີ ກຸ່ມດ່ັງກ່າວ ເຄີຍຊ່ອຍ ເກັບກູ້ຣະເບີດ ທີ່ແຂວງ ເຊກອງ ແລະ ແຂວງສາຣະວັນ ແລະ ການລົງນາມ ໃນມື້ວັນສຸກ ທີ່ຜ່ານມາ ແມ່ນການຊ່ອຍເຫລືອ ເພື່ອເກັບ ກູ້ຣະເບີດ ໃນທົ່ວເຂດພາກໃຕ້ ຂອງລາວ.

ທ່ານ Charles Frisby ຫົວຫນ້າ ກອງທຶນ ປະຊາຊົນ ໜໍເວ ປະຈຳລາວ ຖແລງວ່າ ກອງທຶນຊ່ອຍເຫລືອ ຈາກໜໍເວ ໄດ້ເນັ້ນ ການວາງແຜນ ໃນການ ເກັບກູ້ຣະເບີດ ໃນລາວ ທີ່ຮ່ວມດ້ວຍແຜນການ ການເກັບກູ້ ຂອງ ຣັຖບານລາວ ຜແນກເກັບກູ້ຣະເບີດ ແຫ່ງຊາດ ແລະ ຄວາມຄິດຄວາມເຫັນ ຂອງອຳນາດ ການປົກຄອງ ທ້ອງຖິ່ນ ໃນແຕ່ລະເຂດ ເປັນສິ່ງສຳຄັນ, ພວກທ່ານສະແດງ ຄວາມຂອບໃຈ ໃນການຮ່ວມມື ຂອງພາກສ່ວນຕ່າງໆ ໃນລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org