ການພົວພັນ ລະຫວ່າງ ລາວ-ກູບາ

ການພົວພັນ ລະຫວ່າງ ລາວ-ກູບາ ໄດ້ຮັບການ ຂະຫຍາຍຕົວ. ຕາມຂ່າວວ່າ ມີຄະນະຜູ້ແທນ ສ.ປ.ປ.ລາວ ໄປຢ້ຽມຢາມ ກູບາ ແຕ່ອາທິດ ທີ່ແລ້ວມາ

ການພົວພັນ ລະຫວ່າງລາວ-ກູບາ ໄດ້ຮັບການ ຂະຫຍາຍຕົວ. ຕາມຂ່າວວ່າ ມີຄະນະຜູ້ແທນ ສ.ປ.ປ.ລາວ ໄປຢ້ຽມຢາມ ກູບາ ມາແຕ່ອາທິດ ທີ່ແລ້ວແລະວ່າ ຢູ່ໃນກອງ ປະຊຸມມິດຕິງ ທີ່ສະຖາບັນ ມິດຕະພາບກູບາ ຈັດຂື້ນຢູ່ ນະຄອນຫລວງ ຮາວານາ ທ່ານ ພັນດວງຈິດ ວົງສາ ກຳມະການ ສູນກາງພັກ ສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ກ່າວສັນລະເສີນ ການພົວພັນ ລະຫວ່າງ ສ.ປ.ປ.ລາວ ແລະ ສາທາຣະນະຣັດ ກູບາ ແລະຕີຣາຄາ ສູງຕໍ່ຄວາມສາມັກຄີ ຂອງກູບາ ທີ່ມີຕໍ່ລາວ.

ສ່ວນທາງຝ່າຍ ກູບາ ຮອງປະທານ ສະມາຄົມ ມິດຕະພາບ ກູບາ-ລາວ ກໍໄດ້ກ່າວວ່າ: ກູບາ ມີຄວາມພາກພູມໃຈ ຕໍ່ຜົນສຳເລັດ ຂອງປະຊາຊົນລາວ ແລະຕໍ່ການ ເຊື່ອມສຳພັນ ລະຫວ່າງສອງປະເທດ ແລະວ່າ ກູບາ ເອົາບາດກ້າວ ອັນດີທີ່ສຸດ ເພື່ອການພັດທະນາ ເຖິງປີ 2020 ເຖິງແມ່ນວ່າ ຈະປະເຊີນ ກັບສະພາບການ ທີ່ຫຍູ້ງຍາກ ພາຍຫລັງທີ່ ໄດ້ມີການ ປົດປ່ອຍກູບາມາ, ເປັນຕົ້ນແມ່ນຈາກ ການປິດລ້ອມ ທາງເສດຖະກິດ, ການເງິນ ແລະການຄ້າ ຂອງສະຫະຣັດ ຮອງປະທານ ສະມາຄົມ ມິດຕະພາບ ກ່າວຕື່ມອີກວ່າ ພວກທ່ານຊົມເຊີຍ ຜົນສຳເລັດ ໃນການຕໍ່ສູ້ ຕ້ານຄວາມທຸກຍາກ ແລການບໍ່ຮູ້ ໜັງສືຂອງລາວ.

ໃນກອງ ປະຊຸມມິດຕິງນັ້ນ ມີ ທ່ານ Jorge Marti ຜູ້ອຳນວຍການ ສະຖາບັນ ມິດຕະພາບກູບາ, ມີປະທານ ສະມາຄົມ ມິດຕະພາບ ກູບາ-ລາວ ແລະມີຜູ້ຕາງໜ້າ ສະຖານທູດ ສ.ປ.ປ.ລາວ ປະຈຳ   ກູບາ ເຂົ້າຮ່ວມ.
   
   

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org