ລາວແລະສະຫະຣັດ ຈັດສັມມະນາ ຊັພສິນທາງປັນຍາ
ສປປລາວ ຮ່ວມກັບ ອົງການຊ່ອຍເຫລືອ ຈາກສະຫະຣັດ ເປັນເຈົ້າພາບ ຈັດສັມມະນາ ກ່ຽວກັບ ຊັພສິນທາງປັນຍາ.
-
ສິດນີ
2010-08-30 -
-
-
Your browser doesn’t support HTML5 audio
ຫ້ອງການ ວິທຍາສາດ ແລະ ເທກໂນໂລຈີ ສປປລາວ ສະຖານທູດ ສະຫະຣັດ ປະຈຳລາວ ອົງການຊ່ອຍເຫລືອ ສະຫະຣັຖ ແລະກະຊວງ ອຸດສາຫະກັມ ການຄ້າລາວ ໄດ້ຮ່ວມກັນ ເປັນເຈົ້າພາບ ຈັດສັມມະນາ ນື່ງວັນ ກ່ຽວກັບ ຊັພສິນທາງປັນຍາ ຂື້ນໃນມື້ ວັນທີ 26 ສິງຫາ ທີ່ໂຮງແຮມ Novotel ໃນນະຄອນ ຫລວງວຽງຈັນ.
ຈຸດປະສົງ ຂອງສັມມະນາ ດັ່ງກ່າວ ແມ່ນເພື່ອຍົກຣະດັບ ຄວາມຮູ້ ກ່ຽວກັບ ຊັພສິນທາງປັນຍາ ໃຫ້ແກ່ ເຈົ້າຫນ້າທີ່ລາວ ແລະ ພາກສ່ວນ ເອກກະຊົນ ທີ່ກ່ຽວຂ້ອງ ໂດຍ ສະເພາະ ການ ປະຕິບັດໃຊ້ ແລະການປົກປ້ອງ ຊັພສິນທາງປັນຍາ ດ້ານວັນນະຄະດີ ແລະ ດ້ານສີລປະ ຫລືການລອກແບບ ປະເພດຕ່າງໆ.
ການສັມມະນາ ໄດ້ເນັ້ນຫນັກໃສ່ ການທົບທວນ ແລະການ ໂອ້ລົມກັນ ເຖິງໂອກາດ ແລະ ຄວາມທ້າທາຍ ທີ່ລາວຈະເຂົ້າ ເປັນສະມາຊິກ ຂອງສົນທິສັນຍາ ວ່າດ້ວຍການ ປົກປ້ອງ ຊັພສິິນທາງບັນຍາ ດ້ານວັນນະຄະດີ ແລະ ສີລປະ Berne. ການເຂົ້າເປັນ ສະມາຊິກ ອົງການປົກປ້ອງ ຊັພສິນທາງດ້ານປັນຍາ ເບີນ ຈະຊ່ອຍປົກປ້ອງ ການລອກແບບ ຊັພສີນທາງດ້ານປັນຍາ ຂອງລາວ ໃນຈຳນວນ 164 ປະເທດ ສະມາຊິກ ແລະ ກໍ່ຈະເປັນ ພາກສ່ວນທີ່ ສຳຄັນ ໃນການຊ່ອຍ ການເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ ຂອງ ຣັຖບານລາວ ຮ່ວມດ້ວຍການ ປະຕິບັດ ໃຊ້ສົນທິສັນຍາ ການຄ້າ ຣະຫວ່າງລາວ ກັບສະຫະຣັດ.
ການສັມມະນາ ເປັນພາກສ່ວນນື່ງ ຂອງການ ຊ່ອຍເຫລືອລາວ ທາງດ້ານ ເທກນິກຈາກ ຣັຖບານສະຫະຣັດ ເພື່ອສົ່ງເສີມ ຣັຖບານລາວ ໃນການບັງຄັບ ໃຊ້ສົນທິ ສັນຍາ ການຄ້າກັບ ສະຫະຣັດ ການເຂົ້າເປັນ ສະມາຊິກອົງການ ການຄ້າໂລກ ແລະ ການປະຕິບັດ ຕາມກົນໄກ ປະຊາຄົມ ການຄ້າອາຊຽນ ຂອງ ຣັຖບານລາວ.
ນອກຈາກບັນຫາ ເຣື້ອງ ຊັພສິນທາງປັນຍາ ແລ້ວ ການສັມມະນາ ດັ່ງກ່າວ ຍັງໄດ້ສນັບສນູນ ການປັບປຸງ ກົດຫມາຍລາວ ໃຫ້ມີ ປະສິດທິພາບ ແລະ ໂປ່ງໃສຫລາຍຂື້ນ ໃນບັນຫາເລື້ອງ ການເກັບ ພາສີອາກອນ ສິດທິການຄ້າ ຄຸນນະພາບ ອາຫານ ແລະ ຜລີຕພັນ ປະເພດຕ່າງໆ.