ລາວແລະສະຫະຣັດ ລົງນາມເປີດນ່ານຟ້າເສຣີ
ສປປລາວ ແລະ ສະຫະຣັດ ລົງນາມ ໃນຂໍ້ຕົກລົງ ເປີດນ່ານຟ້າເສຣີ ແລະສຶບຕໍ່ຄວາມ ຮ່ວມມື ໃນຫລາຍໆດ້ານ ໃນການພົບປະ ຣະຫວ່າງ ທ່ານ ທອງ ລຸນ ສີສຸລີດ ແລະ ມາດາມ Hillary Clinton ໃນອາທິດນີ້ ທີ່ກຸງ ວໍຊີງຕັນ.
-
ສິດນີ
2010-07-14 -
-
-
Your browser doesn’t support HTML5 audio
ໃນການມາຢ້ຽມຢາມ ສະຫະຣັຖ ຄັ້ງທຳອິດ ຢ່າງເປັນທາງການ ຂອງເຈົ້າຫນ້າທີ່ ຣະດັບສູງ ສປປລາວ ໃນວັນອັງຄານ ທີ 13 ນີ້ ທ່ານທອງລຸນ ສີສຸລິດ ໄດ້ຖືກຕ້ອນຮັບ ເປັນຢ່າງດີຈາກ ຣັຖມົນຕຣີ ຕ່າງປະເທດ ສະຫະຣັຖ ມາດາ Hillary Clinton ໂດຍເປັນເຈົ້າພາບ ລ້ຽງອາຫານກາງວັນ. ມາດາມ ຄຣີງຕັນ ກ່າວວ່າ:
"ນາງວ່າ ນາງມີຄວາມຍີນດີ ທີ່ໄດ້ຮັບຕ້ອນ ຮອງນາຍົກຣັຖມົນຕຣີ ແລະຣັຖມົນຕຣີ ຕ່າງປະເທດ ຈາກ ສປປລາວ ທີ່ໄດ້ມາຢ້ຽມຢາມ ກະຊວງຕ່າງປະເທດ ສະຫະຣັຖ. ພວກເຮົາໄດ້ ໂອ້ລົມກັນ ໃນບັນຫາທີ່ສຳຄັນ ຫລາຍບັນຫາ ແລະກໍ່ຈະສືບຕໍ່ ການໂອ້ລົມກັນອີກ ໃນຂັ້ນຕໍ່ໄປ".
ຫລັງຈາກ ພິທີລ້ຽງອາຫານ ກາງວັນແລ້ວ ເວລາ 2:00 ເຈົ້າໜ້າທີ່ທັງສອງ ໄດ້ໂອ້ລົມກັນ ໃນຫລາຍເຣື້ອງ ທີ່ມີຄວາມສໍາຄັນ ໂດຍສະເພາະ ແມ່ນ ການເປີດນ່ານຟ້າເສຣີ ການ ຄົມມະນາຄົມ ທາງອາກາດ ເພື່ອໃຫ້ຄວາມ ສະດວກ ໃນການຄ້າ ແລະ ການທ່ອງທ່ຽວ. ນອກຈາກນັ້ນ ລາວ ແລະ ສະຫະຣັຖ ຍັງຈະສືບຕໍ່ ການຮ່ວມມື ໃນການຊອກຫາ ຊາກກະດູກຂອງ ຊາວອະເມຣິກັນ ທີ່ຫາຍສາບສູນ ໃນປາງສົງຄາມ ວຽດນາມ ເກັບກູ້ລະເບີດ ບໍ່ທັນແຕກ ຕໍ່ຕ້ານ ການເສບຕໍ່ເສບຕິດ ແລະ ການລັກລອບ ຢາເສບຕິດ ທີ່ຜິດກົດໝາຍ. ໃນເວລາ 3 ໂມງກໍ່ມີການ ລົງນາມ ເປີດນ່ານຟ້າເສຣີ ຣະຫວ່າງສອງປະເທດ ອັນມີທ່ານ ແສງ ສຸຂຕິວົງ ເອກອັຄຣາຊທູດລາວ ປະຈຳກຸງ ວໍຊີງຕັນ ເປັນຜູ້ລົງນາມ.
ໃນຖແລງການຮ່ວມ ທັງສອງເວົ້າວ່າ ໃນວັນຄົບຮອບ 55 ປີ ຂອງການສ້າງຕັ້ງ ຄວາມສຳພັນ ຣະຫວ່າງສະຫະຣັຖ ກັບ ສປປລາວ ໃນມື້ນີ້ ທ່ານທັງສອງ ໄດ້ພົບປະ ແລະໂອ້ລົມກັນ ຢ່າງມີຫມາກຜົລ ໃນບັນຫາທີ່ມີ ຜົລປໂຍດຮ່ວມກັນ ໃນຂົງເຂດເອເຊັຽ ຕາເວັນອອກສ່ຽງໃຕ້ ແລະການຍົກຣະດັບ ຄວາມຮ່ວມມື ໃນສົນທິສັນຍາ ສອງຝ່າຍ.
ໃນຕອນທ້າຍ ທ່ານ ທອງລຸນ ສີສຸລິດ ໄດ້ເຊື້ອເຊີນ ຍານາງ ຄລິນເຕິນ ໄປຢ້ຽມຢາມລາວ ຢ່າງເປັນທາງການ ຕາມເວລາ ທີ່ເໝາະສົມ.